ຫນ່ວຍກູ້ໄພຮີບເຂົ້າກວດສອບທີ່ຈຸດຕົກຂອງເຮືອບິນ ແລະໃນຊ່ວງເຊົ້າວັນອາທິດທີ່ 12 ສິງຫາ ພວກເຂົາກໍ່ພົບເດັກຊາຍອາຍຸ 12 ປີຄົນຫນື່ງມີຊີວິດລອດຢູ່ພາຍໃນຊາກເຮືອບິນ ໂດຍຮູບພາບທີ່ເຜີຍແຜ່ຜ່ານໂທລະພາບສະແດງໃຫ້ເຫັນວ່າ ເດັກຍັງມີສະຕິ ແລະຫັນມາເບີ່ງກ້ອງອີກດ້ວຍ ຢ່າງໃດກໍ່ຕາມຜູ້ໂດຍສານ ແລະຈຸບິນຄົນອື່ນໆ ອີກ 8 ຄົນເສຍຊີວິດ ທັງນີ້ ເຈົ້າຫນ້າທີ່ສືບສວນກຳລັງສືບຫາສາເຫດທີ່ເຮັດໃຫ້ເຮືອບິນຕົກ
ທັງນີ້ເຮືອບິນເປັນວິທີການດຽວສຳລັບເດີນທາງໃນແຂວງປາປົວ ເລື່ອງຈາກເປັນພື້ນທີ່ພູເຂົາຫ່າງໄກ ຢ່າງໃດກໍ່ຕາມສະພາບອາກາດໃນພູມມິພາກນີ້ ປ່ຽນແປງໄປຢ່າງວ່ອງໄວ ເຮັດໃຫ້ການບິນບໍ່ແມ່ນເລື່ອງງ່າຍ




No comments:
Post a Comment