ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄປເກົາຫລີເໜືອ
ເພື່ອທໍາການເຈລະຈາເພີ້ມກ່ຽວກັບການຍຸຕິໂຄງການອາວຸດນີວເຄລຍຂອງພຽງຢາງ
ທ້າມກາງການປະເມີນຂອງພວກສືບລັບອາເມຣິກາທີ່ເຫັນວ່າ ຜູ້ນໍາກິມ ຈົງ ອຶນຂອງເກົາ
ຫລີເໜືອຍັງສືບຕໍ່ພັດທະນາພື້ນຖານໂຄງລ່າງກ່ຽວກັບໂຄງການນີວເຄລຍຂອງຜູ້ກ່ຽວຢູ່.

ທ່ານພອມພຽວ ທີ່ຖືກມອບໝາຍ ຈາກປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໃຫ້
ຕິດຕາມເບິ່ງ ການປະຕິບັດຄໍາໝັ້ນສັນຍາຂອງທ່ານກິມ ທີ່ໃຫ້ໄວ້ຢູ່ໃນກອງປະຊຸມສຸດ
ຍອດຢູ່ສິງກະໂປໃນເດືອນແລ້ວນີ້ ວ່າຈະເຮັດໃຫ້ແຫລມເກົາຫລີເປັນເຂດປອດອາວຸດ
ນິວເຄລຍນັ້ນ ໄດ້ໄປເຖິງນະຄອນຫຼວງ ຂອງເກົາຫລີເໜືອໃນວັນສຸກມື້ນີ້ ເພື່ອທໍາການເຈ
ລະຈາ ເປັນເວລາສອງວັນ. ຫົວໜ້າສູງສຸດດ້ານການທູດຂອງສະຫະລັດ ໄດ້ພົບກັບເຈົ້າ
ໜ້າທີ່ຂັ້ນສູງຂອງພັກ ແລະທ່ານ ກິມ ຢົງ ໂຈລ, ອະດີດຫົວໜ້າສືບລັບ. ນີ້ເປັນການຢ້ຽມ
ຢາມເກົາຫລີເໜືອຄັ້ງທີ 3 ຂອງທ່ານພອມພຽວໃນປີນີ້ ແລະກໍເປັນຄັ້ງທໍາອິດ ທີ່ທ່ານຈະ
ນອນຄ້າງຄືນຢູ່ທີ່ນັ້ນ.
ຢູ່ໃນຂໍ້ຕົກລົງຮ່ວມກັນຢູ່ສິງກະໂປ ທີ່ມີການຕິດຕາມຢ່າງໃກ້ຊິດນັ້ນ, ທ່ານ ກິມເຫັນດີທີ່
ຈະ "ລົບລ້າງອາວຸດນີວເຄລຍຢ່າງສິ້ນເຊີງ" ອອກຈາກແຫລມເກົາຫລີ ແຕ່ວ່າ ກໍບໍ່ໄດ້ໃຫ້
ລາຍລະອຽດກ່ຽວກັບວິທີທີ່ຈະເຮັດ ແລະບໍ່ມີກໍານົດວ່າມັນຈະ ມີຂຶ້ນໃນເວລາໃດ. ທ່ານ
ພອມພຽວຫວັງວ່າ ຈະກົດດັນເກົາຫລີເໜືອໃຫ້ປະຕິບັດງານເພື່ອກ້າວໄປເຖິງການຕັ້ງກໍາ
ນົດເວລາ ທີ່ຈະຍຸຕິໂຄງການອາວຸດນີວເຄລຍ ແລະວາງລາຍລະອຽດ ກ່ຽວກັບວ່າ ການ
ເຮັດເຊັ່ນນັ້ນແມ່ນສາມາດພິດສູດໄດ້ແນວໃດ.

ແຕ່ວ່າອີງຕາມແຫລ່ງຂ່າວຕ່າງໆ ຂອງສະຫະລັດ ໃນໄລຍະສອງສາມມື້ ຜ່ານມານີ້ ໄດ້ມີ
ຮູບຂອງອັນທີ່ເອີ້ນກັນວ່າ ການຂະຫຍາຍຕືກອາຄານທີ່ກ່ຽວຂ້ອງກັບໂຄງການນີວເຄລຍ
ຢູ່ໃນເກົາຫລີເໜືອ.

ແຕ່ຢ່າງໃດກໍຕາມ ທ່ານທຣໍາ ຍັງສືບຕໍ່ໂອ້ອວດຜົນຂອງກອງປະຊຸມສຸດຍອດຢູ່ ທັງໆທີ່ມີ
ການຕັ້ງຂໍ້ສົງໄສ ຈາກສະມາຊິກລັດຖະສະພາບາງທ່ານຢູ່.

ນຶ່ງມື້ຫລັງຈາກກອງປະຊຸມສິ້ນສຸດລົງ ທ່ານທຣໍາໄດ້ປະກາດວ່າ “ບັດນີ້ ທຸກຄົນ ຮູ້ສຶກວ່າ
ມີຄວາມປອດໄພຫລາຍກວ່າມື້ທໍາອິດທີ່ຂ້າພະເຈົ້າຂຶ້ນກໍາຕໍາແຫນ່ງ. ບໍ່ມີໄພນາບຂູ່ດ້ານ
ນີວເຄລຍ ຈາກເກົາຫລີເໜືອອີກແລ້ວ."

ໃນອາທິດນີ້ ທ່ານທຣໍາຂຽນລົງຢູ່ໃນທວີດເທີວ່າ ລັດຖະບານຂອງທ່ານ ກໍາລັງມີ "ການ
ສົນທະນາຫາລືທີ່ດີຫລາຍຢ່າງ" ກັບເກົາຫລີເໜືອ ກ່ຽວກັບແຜນການຂອງພວກເຂົາເຈົ້າ
ໃນການລົບລ້າງອາວຸດນີວເລຍ ແລະເວົ້າວ່າ "ຄົນໝົດທະວີບເອເຊຍພາກັນດີໃຈ."
ທ່ານກ່າວອີກວ່າ "ຄັນບໍ່ແມ່ນຍ້ອນຂ້າພະເຈົ້າ ປານນີ້ ພວກເຮົາຈະເຮັດສົງຄາມກັບເກົາ
ຫລີເໜືອແລ້ວ!"

No comments:
Post a Comment