Tuesday, 31 July 2018

ຍັງບໍພົບຜູ້ເສຍຊີວິດເພີ່ມ ການກູ້ໄພວັນທີ 9 ຢູ່ເມືອງສະໜາມໄຊ


ຂປລ. ຄະນະຮັບຜິດຊອບກ່ຽວຂ້ອງພ້ອມເຈົ້າຫນ້າສະເພາະກິດກອບກູ້ ແລະ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ລາຍງານວ່າມາມາຮອດວັນທີ 31 ກໍລະກົດ 2018 ນີ້ ຕົວເລກຜູ້ເສຍຊີວິດຍັງຢູ່ທີ່ 11 ຄົນແລະ ຜູ້ສາບສູນ 120 ກວ່າຄົນ ພາຍຫລັງເກີດເຫດນໍ້າຖ້ວມ 9 ວັນຜ່ານມາ, ຂະນະທີ່ເຈົ້າຫນ້າທີ່ສະ ເພາະກິດທັງ ລາວ ແລະ ຕ່າງປະເທດຍັງສືບຕໍ່ຊອກຫາ ແລະ ກອບກູ້ຜູ້ສາບສູນຢ່າງຕໍ່ເນື່ອງ. 
ສ່ວນຍອດການຊ່ວຍເຫລືອດ້ານສິ່ງຂອງອຸປະໂພກ-ບໍລິໂພກ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ເງິນທີ່ໄດ້ຮັບຈາກອົງການຈັດຕັ້ງພາກລັດ-ສາກົນ, ບໍລິສັດ, ຕ່າງປະເທດ, ນັກທຸລະກິດ ແລະ ອື່ນໆພາຍໃນແຂວງແມ່ນເກືອບ 50 ຕື້ກີບ.
ທ່ານ ພູທອນ ພົມມະຈັນ ຮອງຫົວຫນ້າພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງໄດ້ຢືນຢັນວ່າແຂວງຂອງຕົນຍິນດີຕ້ອນຮັບເອົາເຄື່ອງຊ່ວຍເຫລືອຢ່າງຕໍ່ເນື່ອງເພາະມີສາງເກັບມ້ຽນພຽງພໍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...