ຕາມການລາຍງານຈາກທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ,ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈຳຕົ້ນປີ 2018 ຂອງດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ຄັ້ງວັນທີ 5 ກໍລະກົດນີ້,ໃຫ້ຮູ້ວ່າ:ໄລຍະ 6 ເດືອນຕົ້າປີ 2018 ນີ້,ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ທັງໝົດ 176 ຕື້ 938 ລ້ານກ່ວາກີບ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ປະຕິບັດໄດ້ 135,21 ສ່ວນຮ້ອຍ,ຖ້າທຽບໃສ່ແຜນການປີ ປະຕິບັດໄດ້ 67,61 ສ່ວນຮ້ອຍ ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ປະຕິບັດໄດ້ 161,48 ສ່ວນຮ້ອຍ, ເພີ່ມຂື້ນ 61,48
ສ່ວນຮ້ອຍ.
ໃນນີ້ ລາຍຮັບພາກສ່ວນພາສີ 42 ຕື້ 667 ລ້ານກ່ວາກີບ ເຊິ່ງລວມມີລາຍຮັບຈາກຄ່າຊັກພິເສດ 120 ລ້ານກ່ວາກີບ,ຮັບຈາກພາສີຂາເຂົ້າ 22 ຕື້ 364 ລ້ານກ່ວາກີບ,ຮັບຈາກຄ່າທຳນຽມຕ່າງໆ 2 ຕື້ 300 ລ້ານກ່ວາກີບ,ຮັບຈາກຄ່າທຳນຽມຄັງແຮ 17 ຕື້ 861 ລ້ານກ່ວາກີບ ແລະ ຮັບຈາກຄ່າປັບໄໝ 16 ລ້ານກ່ວາກີບ. ລາຍຮັບພາກສ່ວນອາກອນ 134 ຕື້ 270 ລ້ານກ່ວາກີບ ເຊິ່ງລວມມີ ອາກອນການຊົມໃຊ້ 86 ຕື້ 154 ລ້ານກ່ວາກີບ,ອາກອນມູນຄ່າເພີ່ມ 48 ຕື້ກ່ວາກີບ ແລະ ອາກອນກຳໄລ 85 ລ້ານກ່ວາກີບ
ທ່ານ ສົມພິນ ອິນທະວົງ ໄດ້ເຜີຍສາເຫດທີ່ພາໃຫ້ລາຍຮັບລື່ນແຜນໃນ 6 ເດືອນຕົ້ນປີວ່າ: ຍ້ອນມີການຊີ້ນຳຢ່າງໃກ້ຊິດ ຂອງຄະນະນຳ ກົມພາສີ ໂດຍສະເພາະແມ່ນຄະນະນຳຂອງກອງຄຸ້ມຄອງພາສີ III, ພາຍໃນດ່ານມີຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງແຕ່ລະໜ່ວຍງານໃຫ້ສອດຄ່ອງກັບນິຕິກຳ ແລະ ລະບຽບກົດໝາຍ,ອີກຢ່າງໜຶ່ງ ດ່ານໄດ້ຕັດຂັ້ນຕອນທີ່ບໍ່ຈຳເປັນ ແລະ ສິ່ງກີດຂວາງຕ່າງໆອອກ,ຈຶ່ງເຮັດໃຫ້ການຈັດເກັບລາຍຮັບໄດ້ລື່ນແຜນການທີ່ຂັ້ນເທິງມອບໝາຍໃຫ້. ທ່ານ ສົມພິນ ຍັງໃຫ້ຮູ້ຕື່ມວ່າ: ແຜນການຈັດເກັບລາຍຮັບ ໃນ 6 ເດືອນທ້າຍປີ 2018 ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ,ຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 130 ຕື້ 859 ລ້ານ 5 ແສນກີບ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...






No comments:
Post a Comment