Monday, 23 July 2018

ມວນນ້ຳ 5,000 ລ້ານໂຕນ ຈະໄຫຼລົງສູ່ອັດຕະປື ຫາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ







ບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ອອກແຈ້ງເຕືອນເປັນການດ່ວນໄປຍັງປະຊາຊົນທີ່ຢູ່ກ້ອງເຂື່ອນເຊປຽນ-ເຊນ້ຳນ້ອຍວ່າ: ເນື່ອງຈາກມີປະລິມານຝົນຕົກລົງມາຢ່າງໜັກ ເຮັດໃຫ້ນ້ຳລົ້ນສັນເຂື່ອນ ຖ້າຫາກວ່າສັນເຂື່ອນແຕກ ຈະມີປະລິມານນ້ຳ 5 ພັນລ້ານໂຕນ ໄຫຼລົງສູ່ແມ່ນ້ຳເຊປຽນ.

ຈຶ່ງຂໍແຈ້ງມາຍັງປະຊາຊົນຜູ້ອາໄສຢູ່ຕາມສາຍນ້ຳເຊປຽນ ໃຫ້ອົບພະຍົບອອກຈາກທາງນ້ຳ ເພື່ອປ້ອງກັນຄວາມເສຍຫາຍທີ່ຈະເກີດຂຶ້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...