Wednesday, 6 June 2018

ສະຫລົດ!! ເຮືອບິນ F-16 ໄຕ້ຫວັນຕົກເທີງພູຂະນະຮ່ວມຊ້ອມຮົບໃຫ່ຍນັກບິນດັບອະຫນາດ

ເມື່ອວັນທີ່ 5 ມິຖຸນາ 2018 ເວັບໄຊ Taiwan news ລາຍງານເກີດອຸບັດຕິເຫດເຮືອບິນຂັບໄລ່ F-16 ຂອງກອງທັບອາກາດໄຕ້ຫວັນປະສົບເຫດຕົກເທີງພູຫວູເຟນ ໃນເຂດເມືອງນິວໄທເປທາງພາກເໜືອຂອງໄຕ້ຫວັນລະຫວ່າງການຊ້ອມຮົບປະຈຳປີໃນມື້ທຳອິດເປັນເຫດໃຫ້ ນາວາອາກາດຕຣີຫວູ ຫຍານຖິງ ນັກບິນເສຍຊີວິດສະລົດ
ຂ່າວແຈ້ງວ່າເຄື່ອງບິນຂັບໄລ່ລຳນີ້ໄດ້ບິນອອກຈາກສະໜາມບິນຂອງຖານທັບອາກາດໄຕ້ຫວັນ ໃກ້ເມືອງຫົວຫຼຽນເມື່ອເວລາ 13.19 ນາທີ ຂອງທ່ຽງວັນຈັນທີ່ 4 ມິຖຸນາທີ່ຜ່ານມາ ຕາມເວລາທ້ອງຖິ່ນ ແລະຢູ່ໆເຮືອບິນໄດ້ຫາຍໄປຈາກຈໍເຣດາເມື່ອເວລາ 13.43 ນາທີ ຫຼືອີກ 24 ນາທີຕໍ່ມາ ຈົນໄດ້ມີການລະດົມສົ່ງທີມກູ້ໄພລົງພື້ນທີ່ບໍລິເວນຈຸດເຮືອບິນຂັບໄລ່ຫາຍໄປຈາກຈໍເຣດາຢ່າງຮີບດ່ວນ
ຊີເອັນເອັນເຜີຍວ່ານັກປີນເຂົາຄົນໜື່ງໄດ້ພົບຊາກສິ້ນສ່ວນ ຕັ່ງນັກບິນຊື່ງເປັນສິ້ນສ່ວນທຳອິດທີ່ພົບຫຼັງເຮືອບິນຕົກປະມານ 2 ຊົ່ວໂມງ ຈາກນັ້ນທາງການໄຕ້ຫວັນຈື່ງໄດ້ມີການລະດົມກຳລັງທີມກູ້ໄພຄົ້ນຫານັກບິນ ແລະຊາກສິ້ນສ່ວນເຮືອບິນ F-16 ໃນລັດສະໜີ 33 ກິໂລຕາແມັດ ເພື່ອຄົ້ນຫາຊາກສິ້ນສ່ວນທີ່ເຫຼືອເຮືອບິນ ຕະຫຼອດຈົນຮ່າງຂອງນັກບິນພ້ອມທັງເຈົ້າໜ້າທີ່ໄຕ້ຫວັນກຳລັງເລັ່ງຫາສາເຫດທີ່ເຮັດໃຫ້ເກີດໂສກກະນາດຕະກຳເຮືອບິນຂັບໄລ່ຕົກ
ທັງນີ້ ນາວາອາກາດຕຣີ ຫວູຈົບຈາກໂຮງຮຽນນາຍຮ້ອຍທະຫານຂອງໄຕ້ຫວັນເມື່ອປີ 2009 ແລະມີປະສົບການຂັບເຮືອບິນຈູ່ໂຈມ F-16 736 ຊົ່ວໂມງ ວ່າມາປະສົບເຫດເຮືອບິນ F-16 ຕົກເມື່ອວັນທີ່ 4 ມິຖຸນາ ຊື່ງເປັນມື້ທຳອິດຂອງການຊ້ອມຮົບ “Hankuang” ຊື່ງເປັນການຊ້ອມຮົບໃຫ່ຍປະຈຳປີຂອງໄຕ້ຫວັນ ໂດຍມີທະຫານເຮືອ ແລະທະຫານອາກາດເຂົ້າຮ່ວມໃນປະຕິບັດການຊ້ອມຮົບເປັນເວລາ 5 ມື້

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...