ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນວໍຊິງຕັນປະເທດອາເມລິກາເມື່ອວັນທີ່ 15 ມິຖຸນາວ່າ ປະທານາທິບໍດີໂດນັລ ທຣັມ ໃຫ້ສຳພາດໃນລາຍການຂ່າວຂອງສະຖານີໂທລະພາບຟ໊ອກສ ເມື່ອວັນສຸກ ຊື່ງຜູ້ດຳເນີນລາຍການຊັກຖາມໃນຊ່ວງໜື່ງເຖິງແຜນການຂອງຜູ້ນຳອາເມລິກາໃນວັນພໍ່ແຫ່ງຊາດ ຊື່ງໃນອາເມລິກາຕົງກັບເມື່ອວັນອາທິດທີ່ 3 ຂອງເດືອນມິຖຸນາຂອງທຸກໆປີວ່າ “ເຂົາຈະໂທລະສັບໄປໂອ້ລົມກັບຊາວເກົາຫຼີເໜືອ”
ທັງນີ້ ຜູ້ນຳອາເມລິກາໄດ້ກ່າວຢ່າງຊັດເຈນວ່າຈະລົມສາຍກັບໃຜ ແຕ່ເຜີຍວ່າເຂົາມອບໜາຍເລກໂທລະສັບສາຍກົງເທີງໂຕະເຮັດວຽກຂອງເຂົາທີ່ທຳນຽບຂາວ ໃຫ້ກັບທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ລະຫວ່າງການພົບຫາລືທີ່ສິງກະໂປເມື່ອວັນອັງຄານທີ 12 ມິຖຸນາ ທີ່ຜ່ານມາເພື່ອໃຫ້ທ່ານຄິມ ຈອງ-ອຶນ ສາມາດຕິດຕໍ່ເຂົາໄດ້ໂດຍກົງໃນຍາມທີ່ມີບັນຫາ ຢ່າງໃດກໍ່ຕາມ ທຣັມບໍ່ໄດ້ກ່າວວ່າແລ້ວຜູ້ນຳຂອງເກົາຫຼີເໜືອບອກໜາຍເລກໂທລະສັບສາຍກົງຂອງໂຕເອງນຳຫຼືບໍ່
ຂະນະດຽວກັນ ຜູ້ນຳອາເມລິກາຢ້ຳວ່າຂໍ້ຕົກລົງ 4 ຂໍ້ທີ່ລົງນາມຮ່ວມກັບທ່ານຄິມ ຈອງ-ອຶນ ເປັນແນວທາງປະຕິບັດ “ທີ່ດີຫຼາຍ” ແຕ່ສິ່ງທີ່ສຳຄັນຫຼາຍກວ່ານັ້ນສຳລັບເຂົາຄືການສາມາດສ້າງຄວາມສຳພັນທີ່ດີກັບຜູ້ນຳເກົາຫຼີເໜືອໄດ້ ຊື່ງຄວາມສຳພັນສັນມິດລະຫວ່າງຜູ້ນຳສອງປະເທດທີ່ທຣັມໃຊ້ຄຳວ່າ “ມີເຄມີເຂົ້າກັນຢ່າງຍອດຢ້ຽມ” ຈະເປັນກົນໄກສຳຄັນໃນການຢັບຢັ້ງຄວາມສ່ຽງຂອງການເກີດຄວາມຂັດແຍ່ງ ແລະການຢຸດຕິຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ພ້ອມທັງກ່າວເຖິງພາລະກິດຊ້ອມຮົບຮ່ວມລະຫວ່າງອາເມລິກາກັບເກົາຫຼີໃຕ້ວ່າເປັນ “ເກມສົງຄາມ” ທີ່ເຂົາຕ້ອງການຢຸດຕິເພາະສິ້ນເປືອງງົບປະມານ.


No comments:
Post a Comment