ສຳນັກຂ່າວຕ່າງປະເທດລາຍງານ 12 ມິຖຸນາ 2018 ວ່າ ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າ ພາລະກິດຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເມື່ອວັນຈັນທີ່ຜ່ານມາ ເປັນການທ່ຽວຊົມ ແລະ ຢ້ຽມຢາມສະຖານທີ່ສຳຄັນຕ່າງໆຂອງສິງກະໂປ ບໍ່ວ່າຈະເປັນສວນພຶກສາສາດ Gardens by The Bay, ຮູບປັ້ນສິງ Merlion ແລະ ຊັ້ນດາດຟ້າຂອງໂຮງແຮມມາຣິນາ ເບ ແຊນ.
ເຊິ່ງທ່ານ ຄິມ ຈອງ-ອຶນ ກ່າວຂອບໃຈທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ແລະ ທ່ານ ອ໋ອງ ເຢ ກັງ ລັດຖະມົນຕີກະຊວງສຶກສາທິການຂອງສິງກະໂປ ທີ່ເຮັດໜ້າທີ່ນຳພາທ່ຽວຊົມແຕ່ລະສະຖານທີ່ ແລະ ກ່າວວ່າສິງກະໂປເປັນປະເທດທີ່ມີຄວາມສະອາດສະອ້ານ ແລະ ເປັນລະບົບລະບຽບຫຼາຍ ເຊິ່ງເປັນພາບລັກທີ່ໜ້າປະທັບໃຈເປັນຢ່າງຍິ່ງ ພ້ອມທັງສະແດງຄວາມຫວັງວ່າຈະໄດ້ມີໂອກາດຮຽນຮູ້ນະໂຍບາຍການພັດທະນາຂອງປະເທດແຫ່ງນີ້ເພີ່ມເຕີມ ໂດຍສະເພາະດ້ານການຍົກລະດັບຄວາມສາມາດທາງເສດຖະກິດ ເພື່ອນຳໄປປະຍຸກໃຊ້ກັບເກົາຫຼີເໜືອຕໍ່ໄປ, ຂະນະດຽວກັນ ທ່ານ ຄິມ ຈອງ-ອຶນ ກໍ່ໄດ້ຮ່ວມຖ່າຍພາບສ່ວນຕົວກັບທ່ານລັດຖະມົນຕີສອງກະຊວງດັ່ງກ່າວຂອງສິງກະໂປອີກດ້ວຍ ແລະ ຍັງໄດ້ມີການໂບກມືທັກທາຍພ້ອມທັງຮອຍຍິ້ມໃຫ້ແກ່ປະຊາຊົນທີ່ພາກັນມາຖ້າຊົມຜູ້ນຳຂອງເກົາຫຼີເໜືອຢ່າງໃກ້ຊິດຕາມເສັ້ນທາງ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...





No comments:
Post a Comment