ຣັດເຊຍ ແລະເກົາຫຼີໃຕ້ຕົກລົງກັນໃນປີ 2008 ສຳລັບໂຄງການວາງທໍ່ສົ່ງກ໊າສຜ່ານດິນແດນເກົາຫຼີເຫນືອ ເພື່ອນຳກ໊າສທຳມະຊາດຣັດເຊຍໄປຍັງເກົາຫຼີໃຕ້ແຕ່ໂຄງການບໍ່ສາມາດເລີ່ມຕົ້ນໄດ້ເນື່ອງຈາກຄວາມເຄັ່ງຕຶງເທີງຄາບສະຫມຸດເກົາຫຼີ ຈາກບັນຫາໂຄງການອາວຸດນິວເຄຼຍຂອງປຽງຢາງ
ທ່ານມຸນ ແຈ ອິນ ກ່າວເສີມວ່າ ນອກເຫນືອຈາກການວາງທໍ່ກ໊າສແລ້ວ ຍັງມີຄວາມເປັນໄປໄດ້ທີ່ຈະຮື້ຟື້ນທາງລົດໄຟເຊື່ອມຕໍ່ 2 ເກົາຫຼີ ແລະເຊື່ອມຕໍ່ໄປຍັງທາງລົດໄຟສາຍ ທຣານ-ໄຊບີເຣຍ ຊື່ງຈະເຮັດໃຫ້ເກົາຫຼີໃຕ້ ປະເທດທີ່ຕ້ອງເພິ່ງພາການຄ້າສາມາດຂົນສົ່ງລຳລຽງສິນຄ້າທາງບົກໄປຍັງຢູໂຣບໄດ້ ນີ້ຈະນຳມາເຊີ່ງຜົນປະໂຫຍດທາງເສດຖະກິດມະຫາສານ ຕໍ່ເກົາຫຼີໃຕ້ ແລະເກົາຫຼີເຫນືອລວມທັງຣັດເຊຍ ທ່ານມຸນ ແຈ ອິນ ກ່າວ
ເກົາຫຼີໃຕ້ຕ້ອງນຳເຂົ້ານ້ຳມັນ ແລະກ໊າສເປັນຈຳນວນຫຼາຍ ແລະແມ່ນວ່າປະເທດຈະຢູ່ບໍ່ໄກກັນ ແຕ່ຣັດເຊຍເປັນຜູ້ຈັດສົ່ງນ້ຳມັນ ແລະກ໊າສໃຫ້ໂຊລລາຍໃຫ່ຍອັນດັບ 6 ພຽງແຕ່ 5.5 % ຂອງປະລິມານທີ່ຈຳເປັນຕ້ອງໃຊ້ທັງໜົດ



No comments:
Post a Comment