ສຳນັກຂ່າວຕ່າງປະເທດລາຍງານເມື່ອ 22 ມິຖຸນາວ່າ ຍິງສາວຄົນຫນື່ງນາມສະກຸນວ່າ ໂອວຈາກເມືອງລັ່ວຕິງ ໃນມົນທົນກວາງຕຸ້ງຂອງຈີນ ຫາຍໂຕໄປຫຼັງຈາກລາວໂທລະສັບຮຽກໃຊ້ບໍລິການລົດຮັບສົ່ງຈາກແອັບພິເຄຊັນ ດີດີ 2 ວັນຕໍ່ມາ ຮ່າງໄຮ້ວິນຍານຂອງລາວຖືກພົບຢູ່ໃນຕູ້ແຊ່ແຂງພາຍໃນຮ້ານບາບີຄິວແຫ່ງຫນື່ງ ຊື່ງຄາດຕະກອນຜູ້ສັງຫານລາວເປັນເຈົ້າຂອງ
ຕຳຫຼວດເປີດເຜີຍລາຍລະອຽດກ່ຽວກັບການຄາດຕະກຳ ນາງ ໂອວ ອາຍຸ 23 ປີ ຫຼັງຈາກພວກເຂົາຈັບກຸມໂຕຜູ້ຕ້ອງສົງໃສໄດ້ເມື່ອວັນທີ່ 19 ມິຖຸນາທີ່ຜ່ານມາ ໂດຍ 2 ມື້ກ່ອນຫນ້ານັ້ນ ໃນເວລາປະມານ 03.00 ໂມງ ວັນທີ່ 17 ມິຖຸນາ ນາງ ໂອວ ກັບຈາກການຮັບປະທານອາຫານຄ່ຳກັບເພື່ອນໆ ຢ່າງໃດກໍ່ຕາມ ໂຮງແຮມທີ່ລາວຕ້ອງການເຂົ້າພັກແຈ້ງກັບລາວວ່າ ຫ້ອງມີຜູ້ເຂົ້າພັກຫຼືຖືກຈອງເຕັມທັງຫມົດແລ້ວ ລາວຈິງໃຊ້ແອັບ ດີດີ ຕິດຕໍ່ຂໍລົດຮັບສົ່ງເພື່ອໄປຍັງໂຮງແຮມແຫ່ງອື່ນ
ຮູບຈາກກ້ອງວົງຈອນປິດຊື່ງຖືກນຳມາເຜີຍແຜ່ເທີງໂລກອອນໄລນ ສະແດງໃຫ້ເຫັນວ່າ ນາງ ໂອວ ກຳລັງຈະເດີນອອກຈາກໂຮງແຮມຫຼັງຈາກຮູ້ວ່າບໍ່ມີຫ້ອງວ່າງ ຂະນະທີ່ພະນັກງານໂຮງແຮມຄົນຫນື່ງເຜີຍວ່າ ລາວຂື້ນໄປລົດຍົນສີຂາວຄັນຫນື່ງ ຫຼັງຈາກຄົນຂັບລົດໂບກມືເອີ້ນລາວ
ຢ່າງໃດກໍ່ຕາມ ປະມານ 1 ຊົ່ວໂມງຫຼັງຈາກນັ້ນ ເພື່ອນໆຂອງນາງ ໂອວ ກໍ່ບໍ່ສາມາດຕິດຕໍ່ກັບນາງໄດ້ຈື່ງຊ່ວຍກັນອອກຕາມຫາ ແຕ່ກໍ່ບໍ່ພົບ ແລະຈາກນັ້ນກໍ່ບໍ່ໄດ້ຂ່າວຄາວຈາກນາງອີກເລີຍ ຂະນະທີ່ບໍລິສັດ “ດີດີ” ຢືນຢັນວ່າ ລົດຍົນສີຂາວຄັນດັ່ງກ່າວບໍ່ແມ່ນລົດທີ່ນາງ ໂອວ ເອີ້ນໃຊ້ບໍລິການ ແລະຄົນຂັບໂຕຈິງກໍ່ຕ້ອງຍົກເລີກຄຳຂໍ ເນື່ອງຈາກເຂົາຫານາງ ໂອວ ທີ່ໂຮງແຮມບໍ່ພົບ
2 ມື່ຕໍ່ມາ ຕຳຫຼວດປະກາດວ່າ ຜົນຈາກການກວດສອບກ້ອງວົງຈອນປິດ ເຮັດໃຫ້ພວກເຂົາສາມາດລະບຸໂຕຄົນຂັບລົດສີຂາວຄັນນີ້ໄດ້ແລ້ວ ໂດຍເປັນຊາຍນາມສະກຸນວ່າ ຈາງ ຊື່ງຫຼັງຈາກທີ່ນາງ ໂອວ ເຂົ້າໃຈຜິດຄິດວ່າທ່ານຈາງເປັນຄົນຂັບລົດດີດີ ເຂົາກໍ່ພາລາວໄປຍັງຟາມຂອງເຂົາທີ່ຢູ່ຫ່າງອອກໄປບໍ່ໄກ ກ່ອນຈະລົງມືຂົ່ມຂືນ ແລະສັງຫານນາງ ໂອວ ນອກຈາກນີ້ ເຂົາຍັງພະຍາຍາມເອົາສົບໄປເຊືອງໂດຍນຳໄປໃສ່


No comments:
Post a Comment