Friday, 22 June 2018

ທະນາຄານກາງແຈ້ງໃຫ້ລະວັງ ໂດລາປອມລະບາດໃນພາກເໜືອ

ະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເມື່ອວັນທີ 21 ມິຖຸນາ 2018 ແຈ້ງວ່າໄດ້ມີຄົນຕ່າງຊາດ ນຳເອົາເງິນໂດລາປອມເຂົ້າມາເຄື່ອນໄຫວໃຊ້ຈ່າຍໃນເຂດພາກເໜືອຂອງລາວ ດັ່ງນັ້ນ, ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນມີສະຕິລະມັດລະວັງໂຕ ດີແທ້ຂໍໃຫ້ຫຼີກລ່ຽງໃນການຊື້-ຂາຍເປັັນເງິນໂດລາ ເພື່ອຮັບປະກັນຄວາມເສຍຫາຍທີ່ຈະເກີດຂຶ້ນກັບທ່ານ.
ວິທີສັງເກດເບິ່ງເງິນເບື້ອງຕົ້ນວ່າເປັນເງິນແທ້ຫຼືເງິນປອມໃຫ້ສັງເກດດັ່ງນີ້:
1. ໃຫ້ສ່ອງເບິ່ງຮູບລາຍນໍ້າຂ້າງໃນຫຼືບໍ່? (ຖ້າບໍ່ມີລາຍນໍ້າສະແດງວ່າເງິນປອມ)
2. ໃຫ້ລູບເບິ່ງລາຍຂອງເງິນ, ໂຕເລກ ແລະຮູບໃນເງິນ ຖ້າເງິນແທ້ຈະມີລັກສະນະຊາ ບໍ່ກ້ຽງມື່ນ (ຖ້າລູບເບິ່ງແລ້ວມີລັກສະນະກ້ຽງມື່ນ ໃຫ້ຕັ້ງຂໍ້ສົງໄສເອົາໄວ້ໂລດວ່າເປັນເງິນປອມ)

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...