Monday, 18 June 2018

ແກຣນຄວິສ ຊັດເຕະຈຸດໂທດ ນຳສະວີເດັນຮັບໄຊຊະນະ

ເສິກບານໂລກ 2018 ຮອບທຳອິດ ກຸ່ມ F ທີ່ສະໜາມນີຊນີ ນອຟໂກຣອດ ສະເຕດ້ຽມ ປະເທດຣັດເຊຍ ເມື່ອວັນຈັນທີ່ຜ່ານມາ ທີມຊາດສະວີເດັນ ພົບ ເກົາຫຼີໃຕ້ ເຄິ່ງທຳອິດບຸກໜັກ ແລະ ເປັນສະວີເດັນທີ່ຄອງບານບຸກໄດ້ເໜືອກວ່າແຕ່ຈັງຫວະສຸດທ້າຍຍັງບໍ່ຄົມພໍຈຶ່ງສະເໝີກັນຢູ່ 0-0 ເຄິ່ງຫຼັງ “ໄວກິງສ” ສະວີເດັນ ຍັງບຸກໜັກ ແລະ ມາໄດ້ປະຕູຂື້ນນຳ 1-0 ຈາກຈຸດໂທດຂອງ ອັນດຣຽສ ແກນຄຣິສ ເຊັນເຕີຮາລຟຈອມເກົ໋າ ໃນນາທີທີ່ 65 ຊ່ວງເວລາທີ່ເຫຼືອບໍ່ມີໃຜໄດ້ປະຕູຈົນຈົບເກມ ສະວີເດັນ ຊະນະ ເກົາຫຼີໃຕ້ ຢ່າງວຸດວິດ 1-0 ເກັບ 3 ຄະແນນເຕັມກະເປົາໄດ້ສຳເລັດ








No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...