Tuesday, 5 June 2018

ມີຢ່າງໜ້ອຍ 69 ຄົນ ເສຍຊີວິດ ແລະຄາດວ່າ ຈະເພີ້ມຂຶ້ນ ຍ້ອນພູໄຟລະເບີດ ຢູ່ກົວຕາເມລາ

ບຸກຄົນທີ່ລອດຊີວິດມາໄດ້ຈາກການລະເບີດຂອງພູໄຟຟູເອໂກ ໄດ້ເລີ່ມທຳການ
ໄວ້ອາໄລໃຫ້ແກ່ພວກເຄາະຮ້າຍ ຈຳນວນນ້ອຍໆຈຸນຶ່ງ ທີ່ສາມາດລະບຸໄດ້ວ່າ
ແມ່ນຜູ້ໃດນັ້ນ ໃນວັນອັງ ຄານມື້ນີ້ ບ່ອນທີ່ລາວາ ແກັສ ແລະກ້ອນຫີນ ທີ່​ພົ່ນ​
ອອກ​ມາ​ນັ້ນ ໄດ້ສັງຫານ ຢ່າງນ້ອຍ 69 ຄົນ ແລະທັບຖົມໝູ່ບ້ານ ທີ່ຢູ່ໃກ້ຄຽງ
ໃຫ້ກາຍເປັນຊັ້ນຂອງເທົ່າ​ແລະຂີ້ຕົມ.
ໂທລະພາບທ້ອງຖິ່ນ ໄດ້ສະແດງໃຫ້ເຫັນວ່າ ພວກໄວ້ທຸກທັງຫຼາຍ ພາກັນຍ່າງຕາມ
ຖະໜົນຫົນທາງ ແບກໂລງສົບຂອງພວກເຄາະຮ້າຍ ໃສ່ບ່າຂອງພວກເຂົາເຈົ້າ.
ໃນຂະນະທີ່ພວກກູ້ໄພ ໄດ້ສືບຕໍ່ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ ເຈົ້າໜ້າທີ່
ໄດ້ ເພີ່ມຈຳນວນຂອງພວກທີ່ບາດເຈັບລົ້ມຕາຍທັງໝົດຂຶ້ນ ໃນຂະນະທີ່ໄດ້ດຶງເອົາ
ສົບອອກມາຈາກຊາກຫັກພັງອອກ ໃນບ້ານທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດນັ້ນ. ພວກເຂົາເຈົ້າກ່າວວ່າ ຈຳນວນຂອງພວກທີ່ບາດເຈັບລົ້ມຕາຍ ຈະເພີ່ມຂຶ້ນຕື່ມອີກ.
ເຈົ້າໜ້າທີ່ຄຸ້ມຄອງໄພພິບັດ ໄດ້ກ່າວວ່າ ພູໄຟທີ່ລະເບີດໃນວັນອາທິດ ຜ່ານມານີ້ ໄດ້ມີ
ຜົນກະທົບຕໍ່ຫຼາຍກວ່າ 1 ລ້ານຄົນ ​ໂດຍມີ 3,265 ຄົນ ໄດ້ຖືກຍົກຍ້າຍອອກຈາກບໍລິ
ເວນທີ່ຢູ່ໃກ້ຄຽງ ກັບບ່ອນພູໄຟລະເບີດ​ ແລະພວກທີ່ໄດ້ຮັບບາດເຈັບ 20 ຄົນນັ້ນ ແມ່ນ
ໄດ້ນຳສົ່ງໂຮງພະຍາບານແລ້ວ.
ພວກກູ້ໄພ ແມ່ນຊ່ອຍເຫຼືອຜູ້ຄົນທີ່ເແຂວງແອສກຸນຕ໌ລາ (Escuintla), ແຂວງ ຊາກາ
ແຕັບເປເກສ໌ (Sacatepequez) ແລະແຂວງ ຊິມມາລເຕນັງໂກ (Chimaltenango) ແລະທຳການຊອກຄົ້ນຫາ ພວກທີ່ຫາຍສາບສູນໄປຢູ່.
“ມັນແມ່ນສາຍນ້ຳຂອງລາວາ ທີ່ໄຫຼຖ້ວມລົ້ນຝັ່ງ ແລະໄດ້ກະທົບຕໍ່ບ້ານ ໂຣດີໂອ. ມັນມີພວກທີ່ໄດ້ຮັບບາດເຈັບ, ຖືກໄຟໄໝ້ ແລະລົ້ມຕາຍ,” ນັ້ນຄືຄຳເວົ້າຜູ້ປະສານງານ
ດ້ານໄພພິບັດແຫ່ງຊາດ ທ່ານ ເຊີຈີໂອ ກາບານັສ ໄດ້ກ່າວຕໍ່ວິທະຍຸ ແລະທ່ານຍັງໄດ້
ກ່າວຕໍ່ໄປວ່າ “ພວກເຮົາໄດ້ຍົກຍ້າຍແລະຊ່ອຍເຫຼືອຜູ້ຄົນ.”
ເຊີນຊົມ: ການລະເບີຂອງພູໄຟຟູເອໂກ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...