Thursday, 7 June 2018

ຜູ້ເສຍຊີວິດຈາກເຫດພູເຂົາໄຟກົວເຕມາລາປະທຸເກືອບ 100 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນກົວເຕມາລາຊິຕີປະເທດກົວເຕມາລາເມື່ອວັນທີ່ 6 ມິຖຸນາວ່າ ສຳນັກງານປະສານງານຈັດການໄພພິບັດແຫ່ງຊາດຂອງກົວເຕມາລາ (ຄອນເຣດ) ລາຍງານພູເຂົາໄຟຟວຍໂກ ຄວາມສູງ 3,736 ແມັດ ຕັ້ງຢູ່ພາກກາງຝັ່ງຈະເວັນຕົກຂອງປະເທດ ເກີດການປະທຸຢ່າງຮຸນແຮງຄັ້ງໃໜ່ເມື່ອວັນພຸດ ຫຼັງປະທຸນານຕໍ່ເນື່ອງກວ່າ 16 ຊົ່ວໂມງ ເມື່ອວັນອາທິດທີ່ຜ່ານມາສົ່ງຜົນກະທົບຢ່າງໜັກຕໍ່ພາລະກິດຄົ້ນຫາຜູ້ສູນຫາຍ ແລະໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພ
ດ້ານລາຍງານຂອງສຳນັກງານພູເຂົາໄຟວິທະຍາແຫ່ງຊາດຂອງກົວເຕມາລາລະບຸວ່າ ກຸ່ມຄວັນ ແລະເຖົ້າຖ່ານພວຍພຸ່ງຂື້ນສູງເຖິງ 4,700 ແມັດຈາກປາກປ່ອງພູເຂົາໄຟ ແລະລອຍໄປໄກເຖິງ 1000 ກິໂລແມັດ ຂະນະດຽວກັນເກີດຝົນຕົກລົງມາຢ່າງຕໍ່ເນື່ອງໃນບໍລິເວນເກີດເຫດຍິ່ງເພີ່ມຄວາມສ່ຽງຂອງການເກີດຂີ້ຕົມພູເຂົາໄຟຖະຫລົ່ມດ້ວຍ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...