ວັນທີ 1 ມິຖຸນາ2018ຢູ່ຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ນຳເອົາຄຳຖະແຫຼງຂອງອົງການໄອຍະການປະຊາຊົນແຂວງສະບັບເລກທີ 05/ອຍກຂ.ອຊ, ລົງວັນທີ 8 ພຶດສະພາ 2018 , ໄດ້ພິຈາລະນາ ແລະ ຕັດສິນ ທ້າວຊາລີ, ອາຍຸ 16 ປີ, ອາຊີບວ່າງງານ, ບ້ານເພຍເກົ່າ, ເມືອງແບງ, ແຂວງອຸດົມໄຊ, ຈຳເລີຍຖືກກັກຕົວໃນວັນທີ 24 ທັນວາ 2016 ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າຈຳນວນ 570 ເມັດ ນໍ້າໜັກ 52,7 ກຣາມ, ເຄື່ອງຕິດຕົວມີໂທລະສັບຍີ່ຫໍ້ ຢູນິເທວ, ໂມງໃສແຂນ, ເງິນ 10.000ກີບ ແລະ ໄກ່ໜຶ່ງໂຕ ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດອິດສະຫຼະພາບທ້າວຊາລີ(ຈຳເລີຍ) 1 ປີ 6 ເດືອນ ແລະ ປັບໃໝ 1.000.000ກີບ ເຊິ່ງມີຄວາມຜິດທາງອາຍາໃນສະຖານມີຢາເສບຕິດປະເພດຢາບ້າໄວ້ໃນຄອບຄອງ,ຮິບຢາເສບຕິດປະເພດຢາບ້າຈຳນວນ 570 ເມັດ, ນໍ້າໜັກ 52,7ກຣາມຂອງ ທ້າວຊາລີ ມາທຳລາຍຖິ້ມ
ສ່ວນເຄື່ອງຕິດຕົວແມ່ນບໍ່ມີສ່ວນພົວພັນກັບການກະທຳຜິດໃນຄັ້ງນີ້, ດັ່ງນັ້ນຈຶງສະເໜີໃຫ້ຄະນະສານເດັກ ຂອງສານປະຊາຊົນແຂວງອຸດົມໄຊພິຈາລະນາຕັດສິນສົ່ງຄືນແກ່ຈຳເລີຍ ຊຶ່ງຜ່ານການຄົ້ນຄ້ວາແລ້ວເຫັນວ່າທ້າວຊາລີ(ຈຳເລີຍ)ຍັງເປັນເດັກ ຊຶ່ງເປັນສາເຫດທີ່ພາໃຫ້ຫຼຸດຜ່ອນຄວາມຮັບພິຊອບທາງອາຍາ ເນື່ອງຈາກວ່າຈຳເລີຍອາຍຸຕ່ຳກວ່າ 18 ປີ, ສະນັ້ນ ຈິ່ງເຫັນຄວນຕັດສິນຫຼຸດຜ່ອນຄວາມຜິດທາງອາຍາໃຫ້ແກ່ຈຳເລີຍຕາມກົດໝາຍອາຍາ ມາດຕາ 40 ຂໍ້ 1
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...




No comments:
Post a Comment