Tuesday, 22 May 2018

ປະທານ ກຳມາທິການ ​ຕໍ່ຕ້ານ​ ​ສໍ້​ລາດ​ບັງ​ຫຼວງ ຊັກຖາມ ອະດີດຜູ້ນຳ ມາເລເຊຍ

ອະດີດນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ​ນາ​ຈິບ ຣາຊັຄ ​ໄດ້​ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ ​
ໃນ​ວັນ​ອັງຄານ​ມື້​ນີ້ ຈາກຄະນະກຳມາທິການ ຕໍ່ຕ້ານ​ການສໍ້ລາດບັງຫຼວງ ທີ່​ເປັນ
​ພາກສ່ວນ​ນຶ່ງຂອງ​ການສືບສວນ​ໃໝ່​ເຂົ້າ​ໃນ​ຂ່າວ​ສໍ້​ໂກງ​ເງິນ​ຫຼາຍ ​ພັນ​ລ້ານ​ໂດ​ລາ ທີ່​ພົວ
ພັນ​ກັບ​ກອງ​ທຶນ​ພັດທະນາ​ຂອງ​ປະ​ເທດ ກໍ​ຄື 1MDB ນັ້ນ.
ປະທານຄະນະກຳມາທິການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ທ່ານ ​ໂມ​ຮາ​ມັດ ຊູ​ກຣີ ອັບ​ດູລ
​ໄດ້​ກ່າວໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ທີ່​ທ່ານ​ໄດ້​ຮຽກ​ຕົວ​ທ່ານນາ​ຈິບ ​ມາສອບ​ປາກຄຳ,
​ແຕ່​ວ່າ ທ່າ​ນຈະ​ບໍ່​ຖືກ​ຈັບ​ກຸມ​ ໃນ​ວັນ​ອັງຄານ​ມື້​ນີ້.
ຄະນະສື​ບສວນ ຕ້ອງການ​ທີ່​ຈະ​ຮູ້​ກ່ຽວ​ກັບ​ເງິນ 10 ລ້ານ ​ໂດ​ລາ ​ໃນ​ການ​ໂອນ​ຜ່ານ​ທາງ​ທະນາຄານ ຈາກ​ສາຂາ​ນຶ່ງ​ຂອງກອງ​ທຶນ 1MDB ​ໄປ​ຍັງ ບັນຊີ​ສ່ວນ​ຕົວ​ຂອງ​ທ່ານ​ນາ​ຈິບ.
ການ​ໂອນ​ເງິນ​ທີ່​ວ່າ​ນີ້ ​ແມ່ນພາກສ່ວນ​ນຶ່ງຂອງກະຊວງ​ຍຸຕິ​ທຳ​ສະຫະລັດ ທີ່​ກ່າວ​ຫາ​ວ່າ
ເງິນ​ຈຳນວນ 4 ພັນ 5 ຮ້ອຍ​ລ້ານ ທີ່ທ່ານນາ​ຈິບ ​ໄດ້​ລັກ​ຂະ​ໂມ​ຍໄປຈາກກ​ອງທຶນ​ດັ່ງກ່າວ.
ທ່ານ​ນາ​ຈິບ ​ໄດ້​ປະຕິ​ເສດ ຕໍ່​ການ​ກະທຳ​ຜິດ​ໃດໆ.
ຂ່າວ​ນອງ​ນັນ​ທີ່​ວ່າ​ນີ້ ​ໄດ້​ມີ​ບົດບາດ​ເຂົ້າ​ໃນການ​ເສຍ​ໄຊ​ຂອງລັດຖະບານ ​ທີ່​ປົກຄອງ​
ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ເຮັດ​
ໃຫ້​ເປັນ​ການ​ກັບຄືນ​ມາ​ຂອງອະດີດ​ຜູ້ນຳ​ ທ່ານມະຫາເທຍ ​ໂມ​ຮາມັດ ​ຂຶ້ນ​ສູ່​ອຳນາດ. ທ່ານມະຫາເທຍ ​ໄດ້​ປະຕິຍານ​ວ່າ ຈະ​ເປີດ​ຫຼັກ​ຖານ​ໃໝ່​ ກ໋ຽວກັບ​ໃນ​ຄະດີ​ຄວາມຂອງ
ກອງ​ທຶນ 1MDB ນີ້​ຕື່​ມ.
ທ່ານ​ຊູ​ກຣີ ຍັງ​ໄດ້​ໄດ້​ກ່າວໃນ​ວັນ​ອັງ​ຄານ​ມື້​ນີ້ວ່າ ​ໃນ​ປີ 2015 ​ໃນ​ຂັ້ນ​ຕົ້ນ​ຂອງ​ການ​
ສືບສວນ​ເຂົ້າ​ໃນ​ຄະດີ​ດຽວ​ກັນ​ນີ້ ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ “ການ​ຕໍ່ສູ້” ການ​ອັບອາຍ​ຂາຍ
ໜ້າ ​ແລະ​ວ່າ ພວກ​ເຫັນ​ເຫດການ ​ແມ່ນ​ຖືກ​ອູ້ມ​ໄປ.
ກະຊວງ​ຍຸຕິ​ທຳ ​ໄດ້ກ່າວໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງວ່າ ຕົນໄດ້ຕິດຕາມເຮັດ​ວຽກ​
ກ່ຽວ​ກັບເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ​ແລະ​ຕົນ​ແມ່ນ​ໝາຍ​ໝັ້ນ​ທີ່​ຈະ​ເຮັດ​ໃຫ້​ແນ່ນອນ​ວ່າ
ລະບົບ​ການ​ເງິນ​ຂອງ​ສະຫະລັດ ​ແມ່ນ​ບໍ່​ໄດ້​ຖືກຂົ່ມຂູ່ ​ໂດຍ​ພວກ​ສໍ້​ລາດ​ບັງ​ຫຼວງ
ພວກ​ທີ່​ຈະ​ຊຸກ​ເຊື່ອງ​ສົມບັດ​ທີ່​ເນົ່າ​ເໝັນ​ນີ້.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...