Tuesday, 22 May 2018

ຈີນໃຫ້ມັດສະຍິດທົ່ວປະເທດຊັກທຸງ ສະແດງຄວາມຮັກຊາດ

ສຳນັກຂ່າວເອເອຟພີລາຍງານຈາກນະຄອນປັກກິ່ງປະເທດຈີນເມື່ອວັນທີ່ 21 ພຶດສະພາວ່າ ຄວາມເຄື່ອນໄຫວຂະນະທີ່ພັກຄອມມູນິດຈີນພະຍາຍາມຈະຄວບຄຸມສາສະໜາ ຖະແຫຼງການທາງເວັບໄຊຂອງ ສະມາຄົມອິດສະລາມຈີນ (China Islamic Association) ກ່າວວ່າ ມັດສະຍິດທຸກແຫ່ງໃນຈີນຄວນແຂວນທຸງຊາດ “ໃຫ້ເບີ່ງເຫັນເດັ່ນຊັດ” ໃນສະໜາມຫຍ້າ ການຊັກທຸງຈະເປັນການເພີ່ມຄວາມເຂົ້າໃຈໃນອຸດົມຄະຕິແຫ່ງຊາດແລະພົນເມືອງ ແລະສົ່ງເສີມຈິດສຳນຶກແຫ່ງຄວາມຮັກຊາດ ໃນກຸ່ມຊາວມຸດສະລິມທຸກເຊື້ອຊາດໃນປະເທດ
ມັດສະຍິດທຸກແຫ່ງຍັງຄວນຕິດປະກາດຂໍ້ມູນ “ຄ່ານິຍົມຫຼັກທາງສັງຄົມນິຍົມ” ຂອງພັກຄອມມູນິດຕໍ່ສາທາລະນະຊົນ ແລະອະທິບາຍຕໍ່ຜູ້ເຫຼື່ອມໃສໃນສາສະໜາໂດຍຜ່ານຄຳພີເພື່ອໃຫ້ຝັງຮາກເລິກໃນຫົວໃຈປະຊາຊົນ

ການປະກາດມີຂື້ນຫຼັງຈາກລັດຖະບານຈີນປະກາດໃຊ້ກົດລະບຽບແກ້ໄຂໃໜ່ວ່າດ້ວຍກິດຈະການທາງສາດສະໜາ ຕັ້ງແຕ່ເດືອນກຸມພາ ຊື່ງເຮັດໃຫ້ກຸ່ມສິດທິມະນຸດຊະຍະຊົນສະແດງຄວາມວິຕົກກ່ຽວກັບເສລີພາບທາງສາສະໜາ ກົດລະບຽບໃໜ່ເພີ່ມບົດລົງໂທດ ສຳລັບກິດຈະກຳທາງສາສະໜາທີ່ບໍ່ໄດ້ຮັບອະນຸຍາດ ແລະເພີ່ມການຄວບຄຸມຂອງລັດຕໍ່ສາສະໜາເພື່ອພະຍາຍາມ ຂັດຂວາງລັດທິຫົວຮຸນແຮງສຸດໂຕ່ງ ແລະຕໍ່ສູ່ກັບສິ່ງທີ່ປັກກິ່ງເບີ່ງວ່າເປັນໄພຄຸກຄາມພາຍໃນປະເທດ
ປະກາດຂອງສະມາຄົມອິດສະລາມຈີນຍັງຮຽກຮ້ອງໃຫ້ເຈົ້າໜ້າທີ່ຂອງມັດສະຍິດຕ່າງໆຈັດການຮຽນການສອນກົດໜາຍລັດຖະທຳມະນູນຈີນ ແລະກົດໜາຍອື່ນໆ ທີ່ກ່ຽວຂ້ອງໂດຍລະເພາະກົດລະບຽບທາງສາສະໜາທີ່ແກ້ໄຂໃໜ່ ນອກຈາກນັ້ນຍັງຄວນມີຫຼັກສູດສອນວັດທະນະທຳຈີນໂບຮານດ້ວຍ
ສາສໜາອິດສະລາມເປັນ 1 ໃນ 5 ສາສະໜາທີ່ໄດ້ຮັບການຍອມຮັບຢ່າງເປັນທາງການຈາກພັກຄອມມູນິດຈີນປະຈຸບັນຈີນມີພົນເມືອງທີ່ເປັນຊາວມຸດສະລິມປະມານ 23 ລ້ານຄົນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...