ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 18 ໄດ້ຈັດຂຶ້ນວັນທີ 22-24 ພຶດສະພາ 2018 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ບັນດາທ່ານຮອງເຈົ້າຄອງ ຫົວໜ້າພະແນກການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ໃຫ້ທິດຊີ້ນຳກ່ຽວກັບສະພາບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2018 ສະເໜີໂດຍທ່ານຫົວໜ້າຫ້ອງວ່າການ
ນວ ຮັບຟັງສະພາບການຈັດຕັ້ງປະຕິບັດບາງຕົວເລກຄາດໝາຍ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳເດືອນພຶດສະພາ ແລະ ທິດທາງແຜນການເດືອນມິຖຸນາ 2018 ສະເໜີໂດຍທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ທ່ານຫົວໜ້າພະແນກການເງິນ
ນວ ຮັບຟັງລາຍງານການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ປະຈຳປີ 2018 ສະເໜີໂດຍທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແລະ ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້
ນວ ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ທິດທາງແຜນການປີ 2018 ຂອງພະແນກກະສິກຳ ແລະ ປ່າໄມ້ ນວ ລາຍງານກ່ຽວກັບແຜນການປູກໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2018 ສະເໜີໂດຍທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້
ນວ ພິຈາລະນາກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ຮັກສາຄວາມປອດໄພຕາມຖະໜົນທົ່ວ ນວ ສະເໜີໂດຍທ່ານຫົວໜ້າພະແນກຕຳຫຼວດຈະລາຈອນ
ນວ ພິຈາລະນາກ່ຽວກັບຜົນການຈັດຕັ້ງປະຕິບັດ ການຫັນດິນຕະຫຼາດທາດຫຼວງໃຫ້ບໍລິສັດ ຈິດຈະເລີນກໍ່ສ້າງ ຜ່ານຮ່າງບົດສະຫຼຸບຜົນການກວດກາຕາມຜົນການກວດສອບກ່ຽວກັບການໃຫ້ສຳປະທານ ແລະ ການຫັນສິດນຳໃຊ້ທີ່ດິນຕະຫຼາດທາດຫຼວງຂອງໂຄງການ ກໍ່ສ້າງສູນການຄ້າຫ້ອງການ-ຫ້ອງພັກ ແລະ ສະຖານທີ່ຈອດລົດທັນສະໄໝຢູ່ບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ
ນວ ສະເໜີໂດຍທ່ານຫົວໜ້າພະແນກການເງິນ ທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານຫົວໜ້າພະແນກ ຍທຂ ທ່ານເຈົ້າເມືອງໄຊເຊດຖາ ແລະ ທ່ານຫົວໜ້າຫ້ອງການຄຸ້ມຄອງຊັບສິນຂອງລັດ
ນວ ພິຈາລະນາກ່ຽວກັບແຜນງົບປະມານຮັບໃຊ້ການເຂົ້າຮ່ວມແຂ່ງຂັນກີລາ ໃນງານມະຫະກຳແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ສະເໜີໂດຍທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ
ນວ ຮັບຟັງລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດ ໂຄງການທາງດ່ວນຄູ່ຂະໜານ ຖະໜົນໄກສອນ ພົມວິຫານ ແຕ່ບຶງທາດຫຼວງຫາດົງໝາກຄາຍ ສະເໜີໂດຍທ່ານຫົວໜ້າຄະນະຮັບຜິດຊອບໂຄງການດັ່ງກ່າວ ພິຈາລະນາກ່ຽວກັບແຜນພັດທະນາການທ່ອງທ່ຽວລຳແມ່ນ້ຳງື່ມ-ເວີນແທ່ນ ເມືອງໄຊທານີ ແລະ ພິຈາລະນາກ່ຽວກັບການສະເໜີຂໍອະນຸຍາດສືບຕໍ່ດຳເນີນທຸລະກິດປະຈຳປີ 2018 ຂອງຫ້ອງບັນເທີງໂກສຕາຣ (ໂຮງແຮມດາວຄຳ) ສະເໜີໂດຍທ່ານຫົວໜ້າພະແນກ ຖວທ ນວ ແລະ ພິຈາລະນາກ່ຽວກັບຂໍ້ຂັດແຍ່ງທີ່ດິນລະຫວ່າງນາງ ໂຮມມະນີ ກັບທ້າວ ວັນເຮືອງ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ສະເໜີໂດຍຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທີ່ດິນ.
No comments:
Post a Comment