Wednesday, 9 May 2018

ຊາວບ້ານ ທີ່ຕົກຄ້າງ ຢູ່ລັດກະຈິນ ຂອງມຽນມາ ຂາດການຕິດຕໍ່ ກັບກຸ່ມຊ່ວຍເຫຼືອ

ຊາວບ້ານຫຼາຍຮ້ອຍຄົນ ທີ່ຍັງຕົກຄ້າງຢູ່ໃນປ່າ ໃນລະຫວ່າງທີ່ມີການປະ
ທະກັນລະຫວ່າງທະຫານລັດຖະບານມຽນມາ ແລະພວກກະບົດຊົນກຸ່ມນ້ອຍຢູ່
ທີ່ລັດກະຈິນ ຢູ່ໃນພາກເໜືອຂອງມຽນມານັ້ນ ຍັງບໍ່ໄດ້ຮັບຂ່າວຄາວໃດໆຈາກ
ພວກເຂົາເຈົ້າເທື່ອ.
ສູນກາງປະສານງານເພື່ອຮັບມືກັບເຫດການສຸກເສີນຂອງ ລາຍງານໃນເດືອນ
ເມສາຜ່ານມານີ້ວ່າ ພວກຊາວບ້ານປະມານ 2000 ຄົນຊຶ່ງເປັນສ່ວນນຶ່ງຂອງ
ປະຊາຊົນຫຼາຍພັນຄົນ ທີ່ພາກັນຫລົບໜີ ອອກຈາກເຮືອນຊານບ້ານຊ່ອງຂອງ
ພວກເຂົາເຈົ້າໃນລັດກະຈິນ ຍ້ອນມີການສູ້ລົບກັນຄືນໃໝ່ ລະຫວ່າງ ທະຫານ
ລັດຖະບານມຽນມາ ແລະພວກກະບົດກະຈິນ ໃກ້ໆຊາຍແດນຈີນ.
ທ່ານຈາຕັງ ສະມາຊິກສະພາຕ່ຳ ເຜົ່າກະຈິນ ຂອງມຽນມາ ກ່າວຕໍ່ວີໂອເອ ພະ
ແນກພາສາມຽນມາວ່າ ພົນລະເຮືອນຈາກບ້ານ ອອງ ລໍ ໃນເຂດເມືອງຕາໄນ
ໄດ້ຂາດການຕິດຕໍ່ກັບກຸ່ມໃຫ້ຄວາມຊ່ວຍເຫຼືອບັນເທົາທຸກ.
ທ່ານກ່າວວ່າ “ຂ້າພະເຈົ້າເອງ ກໍຂາດການຕິດຕໍ່ກັບພວກເຂົາເຈົ້າ. ທຳອິດນັ້ນ ເຂົາເຈົ້າໄດ້ຕົກຄ້າງຢູ່ທີ່ທົ່ງນາ ແລະຫລັງຈາກມີລູກປືນໃຫຍ່ຕົກລົງມາໃກ້ໆທົ່ງ
ນາ ພວກເຂົາເຈົ້າບໍ່ມີທາງເລືອກ ຈຳເປັນຕ້ອງໄດ້ພາກັນຫລົບໜີ. ເວລານີ້ເຂົາ
ເຈົ້າໄດ້ຂາດການຕິດຕໍ່ ມາໄດ້ສອງສາມອາທິດແລ້ວ. ມີປະມານ 2 ພັນຄົນເວ
ລາພວກເຮົາກວດເທື່ອສຸດທ້າຍ.”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...