Monday, 21 May 2018

ສະຫະລັດ ກັບ ຈີນ ຖອຍອອກຈາກ ສົງຄາມ ດ້ານພາສີການຄ້າ

ສະຫະລັດ ກັບ ຈີນ ໄດ້ຕົກລົງເຫັນດີ ທີ່ຈະຖອຍອອກໄປຈາກ ການວາງມາດຕະການ
ດ້ານພາສີໃໝ່ ທີ່ໜັກຂຶ້ນ ຕໍ່ສິນຄ້າສົ່ງອອກຂອງກັນແລະກັນ ນຶ່ງມື້ ຫລັງຈາກທີ່ໄດ້ບັນລຸ
ຂໍ້ຕົກລົງ ທີ່ເຮັດໃຫ້ ຈີນ ຕ້ອງໄດ້ຊື້ຜະລິດຕະພັນຂອງອາເມຣິກາ ຫຼາຍຂຶ້ນ ເພື່ອ “ໃຫ້
ຫລຸດຜ່ອນ ຢ່າງຫຼວງຫຼາຍ”
 ການຂາດດຸນການຄ້າຂະໜາດໃຫຍ່ກັບສະຫະລັດ ນັ້ນ.
ລັດຖະມົນຕີການເງິນ ສະຫະລັດ ທ່ານ ສະຕີຟ ມານູຈິນ ໄດ້ບອກລາຍການ Fox News
ວ່າ ສອງມະຫາອຳນາດເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ “ໄດ້ທຳຄວາມກ້າວໜ້າ
ຢ່າງມີຄວາມໝາຍແທ້ໆ ແລະ ພວກເຮົາໄດ້ຕົກລົງກັນ ກ່ຽວກັບໂຄງຮ່າງ” 
ເພື່ອແກ້ໄຂ
ບັນຫາການຄ້າຕ່າງໆ. ທ່ານກ່າວຕື່ມວ່າ “ສະນັ້ນ ບັດນີ້ ພວກເຮົາຈຶ່ງໄດ້ຕົກລົງເຫັນດີ
ທີ່ຈະໂຈະພາສີເອົາໄວ້ກ່ອນ ໃນຂະນະທີ່ພວກເຮົາ ພະຍາຍາມ ທີ່ຈະຈັດຕັ້ງປະຕິບັດ
ໂຄງຮ່າງດັ່ງກ່າວຢູ່.”
ອົງການຂ່າວ ຊິນຫົວ ຂອງທາງການຈີນ ໄດ້ອ້າງອີງ ເຖິງຄຳເວົ້າຂອງຮອງນາຍົກ ທ່ານ
ຫລຸຍ ຮີ ຜູ້ທີ່ໄດ້ນຳພາ ຄະນະນັກເຈລະຈາຂອງຈີນ ໃນການເຈລະຈາດ້ານການຄ້າຢູ່ໃນ
ນະຄອນຫຼວງວໍຊິງຕັນ ເມື່ອສັບປະດາແລ້ວນີ້ ທີ່ກ່າວວ່າ “ທັງສອງຝ່າຍ ໄດ້ບັນລຸ ຢ່າງ
ເປັນເອກກະສັນ ວ່າ ຈະບໍ່ຕໍ່ສູ້ກັນ ໃນສົງຄາມການຄ້າ ແລະ ຈະຍຸຕິການຂຶ້ນພາສີ
ຕໍ່ກັນແລະກັນ.”
ທ່ານ ຫລຸຍ ໄດ້ກ່າວວ່າ ຂໍ້ຕົກລົງດັ່ງກ່າວ ແມ່ນ “ຈຳເປັນ.” ແຕ່ທ່ານໄດ້ກ່າວຕື່ມວ່າ
“ໃນເວລາດຽວກັນ ມັນຕ້ອງໄດ້ຄຳນຶງວ່າ ການລະລາຍນ້ຳກ້ອນ ບໍ່ສາມາດເຮັດໄດ້
ພາຍໃນມື້ດຽວ ການແກ້ໄຂພວກບັນຫາໂຄງສ້າງ ຂອງເສດຖະກິດ ແລະສາຍສຳພັນ
ດ້ານການຄ້າ ລະຫວ່າງ ທັງສອງປະເທດ ຈະຕ້ອງໃຊ້ເວລາ.”
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂົ່ມຂູ່ວ່າ ຈະວາງມາດຕະການພາສີ
ໃໝ່ ຕໍ່ສິນຄ້ານຳເຂົ້າຈາກຈີນ ທີ່ມີມູນຄ່າ 150 ຕື້ໂດລາ ແລະປັກກິ່ງ ກໍໄດ້ຕອບໂຕ້ວ່າ
ຕົນຈະເຮັດເຊັ່ນນັ້ນຄືກັນ ຕໍ່ສິນຄ້າຂອງອາເມຣິກາ.
No media source currently available
0:000:02:041:56

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...