Friday, 4 May 2018

ລືສະພັດ! ຫຼານຊາຍຄົນດຽວຂອງ “ເຫມົາ ເຈີຕຸງ” ເສຍຊີວິດໃນເກົາຫຼີເໜືອ ຈາກເຫດລົດບັດຕົກເຫວ

ເກີດຂ່າວລືວ່າ ຫຼານຊາຍພຽງຄົນດຽວຂອງປະທານເຫມົາຜູ້ກໍ່ຕັ້ງພັກກອມມູນິດຈີນ ເສຍຊີວິດໃນອຸບັດຕິເຫດລົດບັດຕົກເຫວ ແຕ່ຫຼາຍຝ່າຍຍັງບໍ່ປັກໃຈເຊື່ອ….
ສຳນັກຂ່າວຕ່າງປະເທດລາຍງານເມື່ອ 2 ພຶດສະພາ ວ່າເກີດຂ່າວລືຂື້ນໜາຫູວ່າຫລານທ່ານ ເຫມົາ ເຈີຕຸງ ຜູ້ກໍ່ຕັ້ງພັກກອມມູນິດແຫ່ງປະເທດຈີນ ເສຍຊີວິດແລ້ວໃນເຫດລົດບັດນັກທ່ອງທ່ຽວຕົກເຫວໃນປະເທດເກົາຫຼີເໜືອເມື່ອອາທິດກ່ອນ ຊື່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 36 ຄົນໃນຈຳນວນນີ້ເປັນຄົນຈີນ 32 ຄົນ
ສະຖານີວິທະຍຸ “Radio France Internationale” (RFI) ສະບັບພາສາຈີນ ລາຍງານໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວຊາວຈີນຄົນໜື່ງວ່າ ນາຍ ເຫມົາ ຊິນຫຍູ ເດີນທາງເຢືອນເກົາຫຼີເໜືອພ້ອມກັບຄະນະນັກທ່ອງທ່ຽວເຊີ່ງເປັນລູກຫຼານຂອງທະຫານຈີນທີ່ຮ່ວມຕໍ່ສູ້ໃນເກົາຫຼີເໜືອ ໂດຍອຸບັດຕິເຫດເກີດຂື້ນໃນຂະນະທີ່ນັກທ່ອງທ່ຽວກຸ່ມນີ້ເດີນທາງກັບຈາກສຸສານຊາວຈີນໃນເຂດໂຣຊາງ ແຂວງພະຍອງອັນໃຕ້ ໃນຄືນວັນທີ່ 22 ເມສາ ທີ່ຜ່ານມາ
ທັງນີ້ ບິດາຂອງເຫມົາ ຊິນຫຍູຄືທ່ານເຫມົາ ອັນຊິງ ບໍ່ເຄີຍເຂົ້າຮ່ວມຕໍ່ສູ້ໃນສົງຄາມເກົາຫຼີ ແຕ່ລຸງຂອງເຂົາຄືທ່ານ ເຫມົາ ອັນຍິງ ສັງກັດກຳລັງອາສາສະໜັກປະຊາຊົນຈີນເສຍຊີວິດໃນການໂຈມຕີທາງອາກາດໃນສົງຄາມດັ່ງກ່າວ ຕໍ່ມາສົບຂອງທາ່ນເຫມົາ ອັນຍິງ ຖືກຝັງທີ່ສຸສານຊາວຈີນໃນເຂດໂຣຊາງ ແລະຜູ້ນຳຊາວຈີນກໍ່ມັກເດີນທາງມາຢາມຄາລະວະເປັນຄັ້ງຄາວ
ຈົນເຖິງຕອນນີ້ຍັງບໍ່ມີການຢືນຍັນວ່າທ່ານເຫມົາເສຍຊີວິດໃນຄັ້ງນີ້ແທ້ຫຼີບໍ່ ແຕ່ມີຂໍ້ບົງຊີ້ວ່າອາດມີບຸກຄົນສຳຄັນຂອງຈີນປະສົບອຸບັດຕິເຫດດ້ວຍຫຼັງເກີດເຫດ ທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອເດີນທາງເຂົ້າຢ້ຽມຢາມຜູ້ລອດຊີວິດ 2 ຄົນທີ່ໂຮງໜໍ ທ່ານຄິມ ຈອງ ອຶນ ຍັງອອກຖະແຫຼງການສະແດງຄວາມເສຍໃຈຜ່ານສຳນັກຂ່າວກາງເກົາຫຼີເຫນືອ (KCNA) ເຊິ່ງເກີດຂື້ນບໍ່ຫຼາຍ ແລະເດີນທາງໄປສະແດງຄວາມເສຍໃຈກັບທ່ານ ລີ ຈິນຈຸນເອກອັກຄະລາດສະທູດຈີນເຖິງສະຖານທູດດ້ວຍຕົນເອງອີກດ້ວຍ.
ຢ່າງໃດກໍ່ຕາມທ່ານ ອະດັມ ແຄຣຄາລ ບັນນາທິການຂອງເວັບໄຊຂ່າວ “ຕົ້ວເຫ່ວຍ” ສື່ພາສາຈີນໃນສາຫະລັດອອກມາໂຕ້ແຍ້ງຂ່າວລືທີ່ວ່າທ່ານ ເຫມົາ ຊິນຫຍູ ເສຍຊີວິດໃນເຫດລົດບັດຕົກເຫວ ວ່າບໍ່ນ່າເປັນໄປໄດ້ ເພາະທ່ານເຫມົາເປັນເຖິງພົນຕີຂອງກອງທັບປົດປ່ອຍປະຊາຊົນຈີນ ຈື່ງບໍ່ໜ້າຈະເດີນທາງໄປເກົາຫຼີເໜືອກັບກຸ໊ບທົວແມ່ນວ່າໃນອະດີດເຂົາຈະເຄີຍໄປຄາລະວະຫລຸມສົບລຸງຂອງເຂົາໃນເຂດໂຣຊາງມາແລ້ວກໍ່ຕາມ
ດ້ານທ່ານ ທອມແຮນຄ໊ອດ ຈາກສຳນັກຂ່າວໄຟແນນເຊຍ ໄທສ ທະວິດຂໍ້ຄວາມສະບຸວ່າ ເພື່ອນຂອງຜູ້ຈັດການບໍລິສັດທົວທີ່ປະສົບເຫດບອກກັບເຂົາວ່າ ເປັນໄປບໍ່ໄດ້ເລຍທີ່ທ່ານເຫມົາ ຊິນຫຍູ ຈະເສຍຊີວິດໃນອຸບັດຕິເຫດລົດບັດຕົກເຫວໃນເມື່ອອາທິດກ່ອນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...