Monday, 21 May 2018

ນ ແລະ ຫວຽດນາມ ໃຊ້ການທ່ອງທ່ຽວ ມາເປັນເວທີ ຕອບໂຕ້ກັນ ເລື່ອງອະທິປະໄຕ

ມີເຫດການເກີດຂຶ້ນຫຼາຍຄັ້ງລຽນຕິດ ທີ່ພົວພັນກັບພວກນັກທ່ອງທ່ຽວຊາວຈີນ ຢູ່ໃນ
ຫວຽດນາມ ຊຶ່ງໄດ້ເຮັດໃຫ້ເກີດບັນຫາຂັດແຍ້ງ ເລື້ອງອະທິປະໄຕທາງທະເລ ທີ່ເລິກ
ເຊິ່ງ ຈຶ່ງຖືກນຳຂຶ້ນມາເປັນຈຸດເພັ່ງເລັງ ເຖິງແມ່ນວ່າ ຈະມີຄວາມພະຍາຍາມ ປັບປຸງ
ສາຍສຳພັນ ຢ່າງເປັນທາງການ ກໍຕາມ.
ເມື່ອສັບປະດາແລ້ວນີ້ ນັກທ່ອງທ່ຽວຊາວຈີນ 14 ຄົນ ທີ່ໃສ່ເສື້ອຢືດສີແດງທັບຂາວ
ແບບດຽວກັນ ໂດຍມີຮູບແຜນທີີ່ ຂອງການອ້າງກຳມະສິດ ຂອງປະເທດພວກເຂົາ ໄດ້ພາກັນໄປຜ່ານດ່ານກວດຄົນເຂົ້າເມືອງ ໃນແຂວງ ຄານ ຮົວ ຢູ່ທາງພາກກາງ
ຂອງຫວຽດນາມ.
ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໄດ້ຍຶດເອົາເສື້ອຢືດທັງຫຼາຍ ໃນຂະນະທີ່ ພວກ
ຊາວຫວຽດນາມ ໄດ້ສົ່ງສຽງເຖິງຄວາມບໍ່ພໍໃຈອອກມາທາງອອນລາຍ ຕໍ່ພວກນັກທ່ອງ
ທ່ຽວດັ່ງກ່າວ. ດ້ານຫລັງຂອງເສື້ອຢືດ ສະແດງໃຫ້ເຫັນ ເສັ້ນຂີດ 9 ເສັ້ນ ທີ່ໝາຍເຖິງ
ເສັ້ນປັກເຂດຊາຍແດນ ທີ່ເປັນການອ້າງກຳມະສິດຂອງປັກກິ່ງ ທີ່ມີການຂັດແຍ້ງກັນ
ຢູ່ທະເລຈີນໃຕ້ ຊຶ່ງເປັນການຕັດອອກ ນ່ານນ້ຳທີ່ຫວຽດນາມ ກ່າວວ່າ ເປັນຂອງຕົນ ນັ້ນ.
ເຫດການນີ້ ຢ່າງໜ້ອຍແມ່ນເປັນຄັ້ງທີສີ່ ທີ່ກ່ຽວພັນ ກັບພວກນັກທ່ອງທ່ຽວຊາວຈີນ ໃນ
ໄລຍະສອງປີທີ່ຜ່ານມາ. ເຫດການຂອງເສື້ອຢືດເຫຼົ່ານີ້ ໝາຍຄວາມວ່າ ຈີນ ກຳລັງໃຊ້
ອຳນາດໃນທາງອ່ອນຂອງຕົນ ເພື່ອເຕືອນຫວຽດນາມ ກ່ຽວກັບບັນຫາຂັດແຍ່ງ ແລະ
ວ່າ ຫວຽດນາມຍັງຄົງບໍ່ພໍໃຈ ໃນປັດຈຸບັນນີ້ ອີງຕາມບັນດານັກຊ່ຽວຊານທີ່ໄດ້ກ່າວໄປ.
ທ່ານ ຈຸງ ຫງວຽນຫົວໜ້າຄະນະສັງຄົມສາດ ແລະມະນຸດຊາດວິທະຍາ ຂອງມະຫາ
ວິທະຍາໄລ ໂຮຈີມິນ ກ່າວວ່າ “ຖ້າພວກເຮົາເບິ່ງໄປຢ່າງກວ້າງໆແລ້ວ ພວກເຮົາຈະ
ສາມາດມອງເຫັນວ່າ ລັດຖະບານຈີນ ອາດຢາກເພີ່ມທະວີ ການໃຊ້ພົນລະເຮືອນ
ເພື່ອເປັນຫົນທາງແຜ່ຂະຫຽາຍ ການກ່າວອ້າງ ອະທິປະໄຕຂອງຕົນ ຢູ່ໃນທະເລ
ຈີນໃຕ້ ນັບໄປຕັ້ງແຕ່ພວກຊາວປະມົງທະຫານບ້ານ ໄປຫາພວກນັກທ່ອງທ່ຽວ
ລົງໄປທາງໃຕ້.”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...