ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນປັກກິ່ງປະເທດຈີນເມື່ອວັນທີ່ 16 ພຶດສະພາວ່າ ທ່ານຫລູ່ ຄັ່ງ ໂຄສົກກະຊວງການຕ່າງປະເທດຈີນຖະແຫຼງວ່າ ທັງອາເມລິກາ ແລະເກົາຫຼີເໜືອຄວນຈະໃຫ້ຫຼັກປະກັນວ່າການປະຊຸມສຸດຍອດຮ່ວມກັນລະຫວ່າງປະທານາທິບໍດີໂດນັລ ທຣັມ ຂອງອາເມລິກາ ກັບທ່ານຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຈະຕ້ອງດຳເນີນຕໍ່ໄປຕາມແຜນການທີ່ກຳນົດ ແລະໄດ້ຜົນເປັນຈິງ ເພາະເປັນຫົນທາງດຽວທີ່ຈະບັນເທົາສະຖານະການ ແລະດຳລົງໄວ້ຊື່ງສັນຕິພາບ ແລະຄວາມໜັ້ນຄົງໃນພູມມີພາກ
ປະທານາທິບໍດີໂດນັລ ທຣັມ ແລະທ່ານຄິມ ຈອງ-ອຶນ ມີກຳນົດປະຊຸມສຸດຍອດຮ່ວມກັນທີ່ປະເທດສິງກະໂປໃນວັນອັງຄານທີ່ 12 ມິຖຸນາ ທີ່ຈະເຖິງນີ້ ແຕ່ລ່າສຸດເມື່ອວັນພຸດທີ່ 16 ພຶດສະພາ ເກົາຫຼີເໜືອຂູ່ຈະຖອນໂຕອອກຈາກການປະຊຸມ ເພາະບໍ່ສົນໃຈການປະຊຸມຝ່າຍດຽວ ຊື່ງໜາຍເຖິງເກົາຫຼີເໜືອຖືກກົດດັນແຕ່ພຽງຝ່າຍດຽວໃຫ້ລົ້ມເລີກໂຄງການອາວຸດນິວເຄຼຍ ຄຳເຕືອນຂອງເກົາຫຼີເໜືອມີຂື້ນຫຼັງຈາກໄດ້ຍົກເລີກການປະຊຸມເຈົ້າໜ້າທີ່ລະດັບສູງກັບເກົາຫຼີໃຕ້ ເພື່ອປະທ້ວງທີ່ເກົາຫຼີໃຕ້ຍັງຄົງທຳການຊ້ອມຮົບກັບອາເມລິກາຕໍ່ໄປ ຂະນະທີ່ຈີນໄດ້ຮຽກຮ້ອງໃຫ້ສ້າງຄວາມໄວ້ວາງໃຈລະຫວ່າງກັນດ້ວຍການລະງັບການຮ່ວມຊ້ອມຮົບຂະໜາດໃຫ່ຍລະຫວ່າງອາເມລິກາກັບເກົາຫຼີໃຕ້ ແລກກັບການທີ່ເກົາຫຼີເໜືອຍົກເລີກໂຄງການອາວຸດນິວເຄຼຍ ແລະການທົດສອບຂີປະນາວຸດ

No comments:
Post a Comment