Tuesday, 1 May 2018

ຊາວອົບພະຍົບ ລໍຖ້າ ຍື່ນຄຳຮ້ອງ ຢູ່ນອກດ່ານ ຄົນເຂົ້າເມືອງ ສຫລ ເພື່ອຂໍລີ້ໄພ

ຫຼັງ​ຈາກ​ເດີນທາງ ດ້ວຍ​ການ​ຍ່າງ, ດ້ວຍລົດເມ​ ແລະ​ລົດ​ໄຟ ມາ​ເປັນ​ເວລາ​ຫຼາຍ​ກວ່າ​
ນຶ່ງເດືອນ ແລ້ວ ຂະ​ບວນຂອງ​ພວກເດີ​ນທາງຈາກ​ອາ​ເມຣິກາ​ກາງ ທີ່​ມີ​ຫຼາຍ​ກວ່າ 150 ຄົນ
ກໍ​ໄດ້​ພາ ກັນ​ມາ​ຮອດ​ເມືອງທີ​ຮົວນາ ຊຶ່ງເປັນດ່ານຊາຍ​ແດນ​ລະຫວ່າງ​ສະຫະລັດກັບ​
ເມັກ​ຊິ​ໂກ ບ່ອນ​ທີ່​ຫຼາຍໆ​ຄົນ​ຫວັງ​ວ່າ ຈະ​ໄດ້​ຮັບ​ການອະນຸຍາດໃຫ້​ລີ້​ໄພ ຊຶ່ງເປັນການ
​ປ້ອງ​ກັນ​ຈາກ​ການ​ຖືກເນລະ​ເທດ​ໂດຍສະຫະລັດ ສຳລັບ​ສ່ວນ​ບຸກຄົນ ທີ່​ເຊື່ອ​ວ່າ
“ຕົນ​ມີ​ຄວາມ​ຢ້ານກົວ​ຢ່າງ​ໃຫຍ່​ຫຼວງ” ທີ່ຈະ​ຖືກ​ປະ​ຫັດ​ປະຫານນັ້ນ.
​ໃນ​ການ​ມາ​ຮອດ​ມາ​ເຖິງ​ຂອງ​ກຸ່ມ​ດັ່ງກ່າວ ​ບັນດາ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ ​
ໄດ້​ກ່າວ​ວ່າ ດ່ານຊາຍແດນແຫ່ງນີ້ ​ທີ່​ມີ​ຄວາມ​ສາມາດ​ຮັບເອົາຜູ້​ຄົນໄດ້ປະມານ 300 ນັ້ນ​
ແມ່ນ​ເຕັມ​ແລ້ວ.
ໃນຕອນແລງວັນຈັນວານນີ້ ຄົນເຂົ້າເມືອງຜູ້ທຳອິດ ໄດ້ຮັບອະນຸຍາດໃຫ້ເຂົ້າມາ
ໃນສະຫະລັດເພື່ອແລ່ນເຈ້ຍສໍ ອົງການທີ່ຈັດແຈງກ່ຽວກັບກຸ່ມດັ່ງກ່າວເວົ້າວ່າ ຮວມທັງ
8 ຄົນ.
ທ່ານ​ນິ​ໂຄລ ຣາ​ໂມ​ສ ທະນາຍຄວາມ​ຄົນ​ເຂົ້າ​ເມືອງຂອງ​ອົງການ “Al Otro Lado” 
ທີ່ບໍ່​ຫວັງຜົນ​ກຳ​ໄລ ກ່າວ​ວ່າ ​ເປັນ​ຄວາມ​ຜິດ​ຂອງ​ໜ່ວຍ​ປ້ອງ​ກັນຊາ​ຍ​ແດນ​ແລະ​ພາສີ
​ສະຫະລັດ ຫຼື (CBP) ທີ່​ຊັກ​ຊ້າ​ໃນ​ການ​ດຳ​ເນີນ​ການ​ນີ້.
ທ່ານ ຣາ​ໂມ​ສ ​ກ່າວ​ຕື່​ມວ່າ “ພວກ​ເຂົາ​ເຈົ້າ​ຮູ້​ແລ້ວ​ວ່າ ຂະ​ບວນຂອງ​ພວກເດີ​ນທາງ
ຈະ​ມາ​ຮອດ​ມາ​ເຖິງ ສະ​ນັ້ນ​ການ​ບໍ່​ມີ​ການ​ກະກຽມນັ້ນ​ບໍ່ແມ່ນ​ຄວາມ​ຜິດ​ຂອງ​ພວກ
​ອົບ​ພະຍົບ ເປັນ​ຫຍັງ​ລະ ທີ່​ລັດຖະບານ​ອາ​ເມຣິກາ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີອິດທິພົນ​ ​
ແລະ​ຮັ່ງມີທີ່​ສຸດ​ໃນ​ໂລກ ຈຶ່ງບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ຮັບຮອງ​ການ​ປະກອບ​ເອກກະ
ສານ ​ຂອງ​ພວກ​ອົບ​ພະຍົບ 200 ຄົນ ພວກເຂົາ​ເປັນ​ເດັກ​ນ້ອຍ​ໂພດ?.”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...