Monday, 21 May 2018

ປະທານາທິບໍດີ ນິໂຄລັສ ມາດູໂຣ ຊະນະ ການເລືອກຕັ້ງ ສະໄໝ ທີສອງ ໄລຍະ 6 ປີ

ການເລືອກຕັ້ງ ໃນວັນອາທິດວານນີ້ ໄດ້ຖືກຂວ້ຳບາດ ຫຼືບໍ່ເຂົ້າຮ່ວມ ໂດຍພັກຝ່າຍຄ້ານ ໃນຂະນະທີ່ມີ “ພິທີການແຕ່ງຕັ້ງ” ຂອງຜູ້ນຳຜະເດັດການ ແລະການປະນາມຢ່າງຫຼວງ
ຫຼາຍ ຂອງປະຊາຄົມ ນານາຊາດ ຢູ່ນັ້ນ.
ຊາວເວເນຊູເອລາ ພັດຖິ່ນ ເຂົ້າຮ່ວມໂດຍ ຊາວນີກາຣາກົວ ຊາວໂບລີເວຍ ແລະພວກຄົນອື່ນ ໃນລະຫວ່າງ ການປະທ້ວງ ຮຽກຮ້ອງໃຫ້ມີອິດສະຫລະພາບ ແລະ ປະຊາທິປະໄຕ ຢູ່ໃນປະເທດເວເນຊູເອລາ ຢູ່ດ້ານໜ້າ ຕຶກອົງການປະເທດໃນເຂດອາເມຣິກາ, ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 20 ພຶດສະພາ 2018.
ຊາວເວເນຊູເອລາ ພັດຖິ່ນ ເຂົ້າຮ່ວມໂດຍ ຊາວນີກາຣາກົວ ຊາວໂບລີເວຍ ແລະພວກຄົນອື່ນ ໃນລະຫວ່າງ ການປະທ້ວງ ຮຽກຮ້ອງໃຫ້ມີອິດສະຫລະພາບ ແລະ ປະຊາທິປະໄຕ ຢູ່ໃນປະເທດເວເນຊູເອລາ ຢູ່ດ້ານໜ້າ ຕຶກອົງການປະເທດໃນເຂດອາເມຣິກາ, ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 20 ພຶດສະພາ 2018.
ທ່ານມາດູໂຣ ອາຍຸ 55 ປີ ອະດີດຄົນຂັບລົດໂດຍສານ ແມ່ນໄດ້ຖືກຄາດໝາຍວ່າ ຈະ
ຊະນະການເລືອກຕັ້ງ ເຖິງແມ່ນວ່າ ຈະເກີດວິກິດການ ໃນການຂາດແຄນອາຫານ
ການກິນ ແລະ ໄພເງິນເຟີ້ ໄດ້ເພີ່ມສູງຂຶ້ນ ໃນຂະນະທີ່ ການຜະລິດນ້ຳມັນ ກໍຫລຸດລົງ
ກໍຕາມ ເຊິ່ງໃນຄັ້ງນຶ່ງ ເຄີຍເປັນຜູ້ຜະລິດລາຍໃຫຍ່ທີ່ສຸດປະເທດນຶ່ງຂອງໂລກ ນັ້ນ.
ທ່ານມາດູໂຣ ໄດ້ບອກ ພວກທີ່ສະໜັບສະໜູນທ່ານ ຢູ່ໃນນະຄອນຫຼວງກາຣາກາສ ວ່າ
ໄຊຊະນະຂອງທ່ານ ນັ້ນ ແມ່ນເປັນ “ບັນທຶກປະຫວັດສາດ.”
ອະດີດຜູ້ປົກຄອງລັດ ທ່ານ ເຮັນຣີ ຟອລກອນ (Henri Falcon) ເປັນຜູ້ທ້າຊີງຄົນ
ສຳຄັນຂອງ ທ່ານມາດູໂຣ ແຕ່ໂອກາດຂອງທ່ານນັ້ນ ແມ່ນຖືກບັ່ນທອນ ໂດຍການມີໜ້າ
ຂອງຄູ່ແຂ່ງຄົນທີສອງ ຜູ້ສະໝັກທີ່ຕໍ່ຕ້ານ ທ່ານມາດູໂຣ ກໍຄື ນັກສອນສາສະໜາ ທ່ານ
ຮາວີແອຣ ເບີຣຕູຊີ (Javier Bertucci).
“ພວກເຮົາບໍ່ຍອມຮັບຮູ້ ຂະບວນການເລືອກຕັ້ງອັນນີ້ ວ່າ ຖືກຕ້ອງ ເປັນຈິງ” ທ່ານ
ຟອລກອນ ໄດ້ກ່າວໃນວັນອາທິດວານນີ້. ທ່ານກ່າວຕື່ມວ່າ “ສຳລັບພວກເຮົາແລ້ວ
ແມ່ນບໍ່ມີການເລືອກຕັ້ງເລີຍ. ພວກເຮົາຈະຕ້ອງມີການເລືອກຕັ້ງໃໝ່ ຢູ່ໃນ
ເວເນຊູເອລາ.”
ສ່ວນທ່ານເບີຣຕູຊີ ກໍຍັງໄດ້ຮຽກຮ້ອງໃຫ້ມີການລົງຄະແນນໃໝ່. ທ່ານ ຟອລກອນ ໄດ້
ປະນາມລັດຖະບານທີ່ໄດ້ເອົາພວກຕູບຜ້າສີແດງມາຕັ້ງຢູ່ໃກ້ໆ ໜ່ວຍເລືອກຕັ້ງທົ່ວ
ປະເທດ ບ່ອນທີ່ພວກຊາວເວເນຊູເອລາ ໄດ້ຖືກຂໍໃຫ້ສແກນ “ບັດປະຈຳໂຕ” ຂອງ
ພວກເຂົາເຈົ້າ ຫຼັງຈາກທີ່ໄດ້ປ່ອນບັດລົງຄະແນນ ໃນຄວາມຫວັງວ່າ ຈະໄດ້ຮັບລາງວັນ.
ບັດທີ່ທາງການອອກໃຫ້ ແມ່ນໄດ້ຖືກນຳໃຊ້ ເພື່ອຈະໄດ້ຮັບຜົນປະໂຫຍດຕ່າງໆ ທີ່ລວມ
ທັງ ພວກກ່ອງອາຫານ. ພວກວິຈານ ກ່າວວ່າ ການກະທຳດັ່ງກ່າວ ກໍຊ່ຳກັບວ່າ ເປັນ
ການຊື້ເອົາຄະແນນສຽງ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...