ຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ເຂດເມືອງໂຂງ ແຂວງຈຳປາສັກ ເປັນໂຄງການຜະລິດກະແສໄຟຟ້າແຫ່ງໜຶ່ງທີ່ມີຂະໜາດໃຫຍ່ປະເພດຄອນກຣີດອັດແໜ້ນ ເຊິ່ງເລີ່ມກໍ່ສ້າງມາແຕ່ທ້າຍປີ 2015 ແລະ ມາຮອດປັດຈຸບັນມີ ຄວາມຄືບໜ້າ 59% ຄາດວ່າທ້າຍປີ 2019 ຈະເປີດນໍາໃຊ້.
ໃນວັນທີ 18 ພຶດສະພາ ທ່ານ ປອ. ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ( ພບ ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການກໍ່ສ້າງໂຄງການເຂື່ອນໄຟຟ້າ ດອນສະໂຮງ ໂດຍການຕ້ອນຮັບຂອງ ທ່ານ Zim See Seng ຫົວໜ້າວິສະວະກອນປະຈໍາພາກສະໜາມ ແລະ ມີບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ Zim See Seng ໄດ້ລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາວ່າ: ໂຄງການເຂື່ອນໄຟຟ້າດອນສະໂຮງ ເປັນໜຶ່ງໃນບັນດາໂຄງການໄຟຟ້າທີ່ພັດທະນາຕາມລໍາແມ່ນໍ້າຂອງໃນດິນແດນຂອງ ສປປ ລາວ ມີທີ່ຕັ້ງຢູ່ທາງພາກໃຕ້ໃນເຂດເມືອງໂຂງ ແຂວງຈຳປາສັກ ເຊິ່ງໂຄງການດັ່ງກ່າວນີ້ໄດ້ເລີ່ມລົງມືກໍ່ສ້າງ ໂດຍແມ່ນ ບໍລິສັດ ໄຟຟ້າດອນສະໂຮງ ເປັນຜູ້ໄດ້ຮັບສິດພັດທະນາ ແລະ ສຳປະທານຈາກລັດຖະບານ ໃນໄລຍະສໍາປະທານ 25 ປີ ດ້ວຍມູນຄ່າການລົງທຶນກໍ່ສ້າງທັງໝົດ 417 ລ້ານໂດລາສະຫະລັດ ໂດຍການຖືຫຸ້ນຂອງນັກທຸລະກິດ ມາເລເຊຍ 80% ແລະ ລັດວິສາຫະກິດໄຟຟ້າລາວ 20%. ມາຮອດປັດຈຸບັນໂຄງການກໍ່ສ້າງສຳເລັດແລ້ວ 59% ຄາດວ່າຈະໃຫ້ສຳເລັດ 100% ແລະ ສາມາດເປີດຜະລິດ – ກະຈາຍໄຟຢ່າງເປັນທາງການ ໃນທ້າຍປີ 2019.
ໂຄງການເຂື່ອນໄຟຟ້າດອນສະໂຮງ ເປັນເຂື່ອນປະເພດຄອນກຣີດອັດແໜ້ນ ຫຼື RCC, ມີກໍາລັງຕິດຕັ້ງ 260 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 2.000 ກວ່າກິກກາວັດໂມງຕໍ່ປີ. ເມື່ອໂຄງການກໍ່ສ້າງສໍາເລັດຈະເຮັດໃຫ້ການສະໜອງພະລັງງານໄຟຟ້າຢູ່ພາກໃຕ້ຂອງປະເທດໄດ້ຊົມໃຊ້ຢ່າງພຽງພໍ ໂດຍສະເພາະໃນແຂວງ ຈຳປາສັກ ທີ່ມີພື້ນຖານເສດຖະກິດຂະໜາດໃຫຍ່ ແລະ ມີຄວາມຕ້ອງການດ້ານພະລັງງານສູງ. ນອກຈາກນັ້ນ, ໂຄງການຍັງຈະສົ່ງອອກຂາຍໄປຕ່າງປະເທດ ໂດຍໄດ້ມີການເຊັນສັນຍາຂາຍຮ່ວມກັນກັບປະເທດ ກໍາປູເຈຍ ແລະ ໄທ.
ສ່ວນດ້ານການຈັດສັນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນ 3 ບ້ານທີ່ໄດ້ຮັບຜົນກະທົບ ຄື: ບ້ານດອນສະໂຮງ, ບ້ານດອນອີ່ສົມ ແລະ ບ້ານຄອນພະເພັງ ລວມມີ 421 ຄອບຄົວ, ແຕ່ການຍົກຍ້າຍຈັດສັນທີ່ໄດ້ຮັບຜົນກະທົບຕົວຈິງມີ 14 ຫຼັງຄາເຮືອນ ຈຳນວນ 85 ຄົນ ເຊິ່ງໄດ້ຊົດໃຊ້ຄ່າເສຍຫາຍທັງໝົດ 100% ດ້ວຍມູນຄ່າທັງໝົດ 5,3 ຕື້ກວ່າກີບ ໂດຍຕັ້ງທີ່ພັກອາໄສທີ່ຖາວອນ, ມີໂຮງຮຽນ, ສຸກສາລາ, ມີຖະໜົນ, ໄຟຟ້າ, ນໍ້າປະປາ, ຂົວຂ້າມດອນສະໂຮງ, ປະຊາຊົນມີບ່ອນທຳມາຫາກິນ, ມີບ່ອນທຳການຜະລິດ ແລະ ວຽກເຮັດງານທຳ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.
ທ່ານກ່າວຕື່ມວ່າ: ມາຮອດປັດຈຸບັນແມ່ນມີຫຼາຍຢ່າງທີ່ປະສົບຜົນສຳເລັດ ໂດຍສະເພາະແມ່ນການຈັດສັນບ້ານໃຫ້ປະຊາຊົນທັງ 14 ຫຼັງຄາເຮືອນ ທີ່ໄດ້ຮັບຜົນກະທົບ, ການກໍ່ສ້າງຫ້ອງການ ແລະ ທີ່ພັກຊົ່ວຄາວຂອງເຈົ້າຂອງໂຄງການ, ຄູກັນນໍ້າຊົ່ວຄາວ, ການກໍ່ສ້າງເຮືອນຈັກໄຟຟ້າ, ການຂຸດເຈາະຮາກຖານ ແລະ ການຂຸດເຈາະຮາກຖານຕາຝັ່ງເຈື່ອນ. ນອກຈາກນັ້ນ, ກໍ່ໄດ້ສຸມໃສ່ຈັດຕັ້ງປະຕິບັດການກໍ່ສ້າງເຮືອນຈັກໄຟຟ້າ ໂດຍການເທເບຕົງ, ການຕິດຕັ້ງອຸປະກອນຕ່າງໆ, ການເທເບຕົງກໍ່ສ້າງຕາຝັ່ງເຈື່ອນທັງ 3 ຈຸດ, ການເຈາະຊ່ອງທາງນໍ້າເຂົ້າໂດຍການຂຸດເຈາະຫີນໃຕ້ນໍ້າ, ຂຸດເຈາະດິນ ແລະ ຫີນໃນອ່າງທັງ 3 ຈຸດ ແລະ ການອະນາໄມຊີວະມວນໃນອ່າງ, ການຕັ້ງສະຖານີຈ່າຍໄຟຟ້າ, ການເຈລະຈາວຽກງານສາຍສົ່ງ 230 ກິໂລໂວນ, ການອະນາໄມດິນ ແລະ ການກະກຽມດິນໃຫ້ປະຊາຊົນ ເພື່ອເຮັດກະສິກຳ ຈຳນວນ 22 ເຮັກຕາ ແລະ ການກໍ່ສ້າງຫ້ອງການ ແລະ ເຮືອນພັກຖາວອນໃຫ້ແກ່ພະນັກງານ.
ໃນໂອກາດດັ່ງກ່າວນີ້, ທ່່ານ ປອ.ຄໍາມະນີ ອິນທິລາດ ກໍ່ໄດ້ກ່າວໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາວ່າ: ຜ່ານການຮັບຟັງເຫັນວ່າມີຫຼາຍອັນທີ່ປະສົບຜົນສຳເລັດ ໂດຍມາຮອດປັດຈຸບັນໄດ້ເລີ່ມມີການກໍ່ສ້າງຕິດຕັ້ງເຄື່ອງຈັກ ແລະ ຄາດວ່າໃນປະມານເດືອນ 6 ປີ 2019 ກໍ່ຈະໄດ້ເລີ່ມຜະລິດ ແລະ ຕາມສັນຍາຊື້ – ຂາຍໄຟ ແມ່ນທ້າຍປີ 2019 ເຊິ່ງຜູ້ຊື້ຄືໄທ ແລະ ກຳປູເຈຍ ກໍ່ລໍຖ້າຊື້ຢູ່ ເຊິ່ງຖ້າສຳເລັດພາຍໃນປະເທດລາວ ເວົ້າສະເພາະແມ່ນແຂວງພາກໃຕ້ຈະໄດ້ຊົມໃຊ້ໄຟຟ້າຢ່າງພຽງພໍ ແລະ ຈະມີລາຍຮັບເຂົ້າສູ່ປະເທດເຊັ່ນດຽວກັນ ເພາະວ່າລັດວິສາຫະກິດໄຟຟ້າລາວ ຖືຫຸ້ນ 20% ໂດຍສຳປະທານໃນໄລຍະ 25 ປີ. ຫຼັງຈາກນັ້ນ, ກໍ່ຈະໄດ້ຂຶ້ນກັບລັດຖະບານໂດຍກົງ. ດັ່ງນັ້ນ, ໃນໄລຍະກໍ່ສ້າງນີ້ແມ່ນໃຫ້ເອົາໃຈໃສ່ວຽກງານເຕັກນິກຕ່າງໆ ແຕ່ກໍ່ຕ້ອງຄຳນຶງເຖິງສິ່ງແວດລ້ອມອ້ອມຂ້າງ ແລະ ຕ້ອງປະຕິບັດຕາມລະບຽບກົດໝາຍຂອງລາວ, ການປະຕິບັດມາດຕະຖານເຕັກນິກຂອງການກໍ່ສ້າງໂຄງການຢ່າງເຂັ້ມງວດ






No comments:
Post a Comment