Tuesday, 22 May 2018
ມອບໂຄງການທາງດ່ວນວຽງຈັນ-ປາກເຊ ໃຫ້ 4 ບໍລິສັດຜ່ານການຄັດເລືອກສຳຫລວດອອກແບບ ແລະ ຮັບເໝົາກໍ່ສ້າງ
ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນວ່າດ້ວຍການມອບຊ່ວງແລວທາງໃຫ້ບັນດາບໍລິສັດທີ່ຜ່ານການປະມູນ ແລະ ຄັດເລືອກ ເພື່ອດຳເນີນການສຳຫລວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ຕໍ່ໂຄງການທາງດ່ວນວຽງຈັນ-ປາກເຊ (ແລວທາງໃໝ່) ໃນຮູບແບບ BOT ໃຫ້ດຳເນີນໄປຢ່າງມີປະສິດທິຜົນ ແລະ ຖືກຕ້ອງ, ລັດຖະບານລາວຕາງໜ້າໂດຍກະຊວງການເງິນໄດ້ມອບໂຄງການສຳຫລວດອອກແບບ ແລະ ຮັບເໝົາກໍ່ສ້າງເສັ້ນທາງດ່ວນວຽງ-ປາກເຊ ໃຫ້ 4 ບໍລິສັດທີ່ຜ່ານການຄັດເລືອກ ຄື: ໂດຍມອບໃຫ້ບໍລິສັດ China Yunnan Sunny Road & Bridge ສປ ຈີນ ຮັບຊ່ວງແລວທາງແຕ່ແຂວງບໍລິຄຳໄຊຫາທ່າແຂກແຂວງຄຳມ່ວນໄລຍະທາງ 164 ກິໂລແມັດ, ມອບໃຫ້ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ) ແຕ່ທ່າແຂກແຂວງຄຳມ່ວນ-ສະຫວັນນະເຂດ ໄລຍະທາງ 117 ກິໂລແມັດ, ມອບໃຫ້ ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ຮັບຊ່ວງແຕ່ສະຫວັນນະເຂດ-ແຍກທາງເລກ 15 ແຂວງສາລະວັນ ໄລຍະທາງ 128 ກິໂລແມັດ ແລະ ມອບໃຫ້ບໍລິສັດ China Road & Bridge Corporation ສປ ຈີນ ຮັບຊ່ວງແຕ່ສາລະວັນ-ຈຳປາສັກ ໄລຍະທາງ 82 ກິໂລແມັດ
ທ່ານ ບຸນຍະວັດ ນີລະໄຊຍ໌ ຜູ້ປະສານງານໂຄງການທາງດ່ວນວຽງຈັນ-ປາກເຊ ໃຫ້ຮູ້ວ່າ: ແຜນສ້າງທາງດ່ວນແຕ່ວຽງຈັນ-ປາກເຊ ແມ່ນເປັນໂຄງການທີ່ຕິດພັນກັບໂຄງການທາງດ່ວນວຽງຈັນ-ຮ່າໂນຍ (ວຽງຈັນ-ປາກຊັນ-ຫລັກຊາວຊາຍແດນ ສສ.ຫວຽດນາມ) ທີ່ເປັນອີກໂຄງການທາງດ່ວນທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນ. ສະນັ້ນ, ໂຄງການທາງດ່ວນວຽງຈັນ-ປາກເຊ ແມ່ນຈະມີທີ່ຕັ້ງເຊື່ອມຕໍ່ຈາກປາກຊັນ-ປາກເຊ ຫລັງຈາກໄດ້ຮັບການຄັດເລືອກ ແລະ ແບ່ງຊ່ວງໃຫ້ບໍລິສັດນີ້ສຳເລັດ, ຂັ້ນຕອນຕໍ່ໄປແມ່ນຈະໄດ້ມີການເຈລະຈາເຊັນ MOU ສຶກສາຄວາມເປັນໄປໄດ້ ແລະ ການອອກແບບດ້ານເຕັກນິກຕ່າງໆຂອງທາງຕໍ່ໄປ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...

-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...
No comments:
Post a Comment