Thursday, 10 May 2018

ມີຢ່າງໜ້ອຍ 27 ຄົນ ເສຍຊີວິດ ຢູ່ເຄັນຢາ ຍ້ອນເຂື່ອນແຕກ

ເຂື່ອນແຫ່ງນຶ່ງ ໃນເຂດຮ່ອມພູຣິບຕ໌ (Rift) ໄດ້ແຕກ ໃນຕອນແລງວັນພຸດວານ
ນີ້ ເຮັດໃຫ້ຢ່າງໜ້ອຍ 27 ຄົນເສຍຊີວິດ.
ນ້ຳໄດ້ໄຫລຊຸລົງມາ ທຳລາຍເຮືອນຊານ ແລະທຸລະກິດຈຳນວນນຶ່ງ ຫລັງຈາກເຂື່ອນ
ພາແທລ ທີ່ຕັ້ງຢູ່ໃນເຂດເມືອງໂຊລາຍ ໄດ້ແຕກ ແລະເຂື່ອນດັ່ງກ່າວນີ້ ແມ່ນຢູ່ຫ່າງ
ຈາກນະຄອນຫຼວງໄນໂຣບີ ໄປທາງຕາເວັນຕົກສຽງເໜືອ 250 ກິ ໂລແມັດ.
ເຈົ້າໜ້າທີ່ກ່າວວ່າ ປະມານ 40 ຄົນ ໄດ້ຖືກຊ່ວຍໄວ້ໄດ້ ແລະໄດ້ຖືກສົ່ງໄປຮັກ
ສາທີ່ໂຮງພະຍາບານ ແລະໃນວັນພະຫັດມື້ນີ້ ພວກກູ້ໄພຍັງສືບຕໍ່ຊອກຫາພວກ
ທີ່ອາດຍັງຕົກຄ້າງຢູ່.
ເຂດດັ່ງກ່າວໄດ້ມີຝົນຕົກໜັກ ໃນຮອບ 2 ເດືອນຜ່ານມາ ຊຶ່ງໄດ້ພາໃຫ້ເກີດນ້ຳ
ຖ້ວມແລະດິນເຈື່ອນ ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຫຼາຍກວ່າ 130 ຄົນ.
ລັດຖະບານເຄັນຢາ ກ່າວໃນວັນພຸດວານນີ້ວ່າ ຝົນຕົກໜັກໄດ້ເຮັດໃຫ້ປະຊາຊົນ
220,000 ຄົນ ຕ້ອງໄດ້ຍົກຍ້າຍໜີຈາກເຮືອນຊານຂອງພວກເຂົາເຈົ້າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...