Thursday, 10 May 2018

ໄຟໄໝ້ ບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ເສຍຫາຍກ່ວາ 1.2 ຕື້ກີບ

ປະຊາຊົນ 200 ກ່ວາຊີວິດ ທີ່ລໍຄອຍຄວາມຊ່ວຍຈາກບັນດາທ່ານຜູ່ໃຈບຸນໃຫ້ການຊ່ວຍເຫຼືອ ຈາກເຫດການອັກຄີໄພ ໄຟໄໝ້ ບ້ານສັນແຟນ ກຸ່ມເຜິ້ງຊາມ ເມືອງຄຳ ແຂວງຊຽງຂວາງ ໃນວັນທີ 7/5/2018.
ປະຈຸບັນປະຊາຊົນຂາດທີ່ຢູ່ອາໄສ, ຂາດເຄື່ອງອຸປະໂພກ-ບໍລິໂພກ, ຄວາມເສຍຫາຍໃນຄັ້ງນີ້ 1 ຕື້ 200 ລ້ານກ່ວາກີບ. ມາເຖິງປະຈຸບັນນີ້ ທັງພາກລັດ, ເອກະຊົນ, ຫ້າງຮ້ານ, ບັນດາບໍລິສັດ ແລະ ຜູ່ໃຈບຸນ ຊາວແຂວງຊຽງຂວາງ ໃຫ້ການຊ່ວຍເຫຼືອບ້ານດັ່ງກ່າວແລ້ວຈຳນວນໜຶ່ງ ແຕ່ກໍຍັງບໍທັນພຽງເທື່ອ. ດັ່ງນັ້ນ, ຈິ່ງຮຽກຮ້ອງມາຍັງຜູ່ໃຈບູນທົ່ວປະເທດ ຈົ່ງໃຫ້ການຊ່ວຍເຫຼືອປະຊາຊົນບ້ານດັ່ງກ່າວດ້ວຍ. ເຫດການໄຟໄໝ້ໃນຄັ່ງນີ້ແມ່ນເກີດຈາກໄຟຟ້າລັດວົງຈອນ.




No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...