Sunday, 20 May 2018

ຄິວບາ ກຳລັງ ໄວ້ອາໄລ ໃຫ້ແກ່ ຜູ້ໂດຍສານ ແລະລູກເຮືອ 107 ຄົນ ທີ່ໄດ້ເສຍຊີວິດ

ຄິວບາ ໄດ້ເລີ່ມໄວ້ອາໄລທົ່ວປະເທດ ເປັນເວລາສອງມື້ ໃນວັນເສົາວານນີ້ ລຸນຫຼັງເຮືອ
ບິນຂອງສາຍການບິນໂດຍສານເກີດອຸບັດເຫດ ເອົາຊີວິດຜູ້ຄົນໄປ 107 ຄົນ ລວມທັງ
ບາງຈຳນວນ ຈາກປະເທດອາເຢັນຕີນາ ແລະເມັກຊິກໂກນຳ.
ຜູ້ທີ່ລອດຊີວິດມາໄດ້ສາມຄົນ ທີ່ໄດ້ຮັບອາການສາຫັດ ພວມຖືກປິ່ນປົວຢູ່ໂຮງພະຍາ
ບານແຫ່ງນຶ່ງ.
ພວກເຈົ້າໜ້າທີ່ຕຳຫຼວດ ຢືນຢູ່ຈຸດເກີດເຫດ ບ່ອນທີ່ເຮືອບິນ ໂບອິງ 737 ເກີດອຸບັດຕິເຫດຕົກ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນ ຈາກສະໜາມບິນຫລັກຂອງຮາວານາ ໃນວັນເສົາມື້ກ່ອນ, ຢູ່ໃນເຂດກະສິກຳ ຂອງເມືອງ ບອຍເຢໂຣສ, ປະເທດຄິວບາ, ວັນທີ 19 ພຶດສະພາ 2018.
ພວກເຈົ້າໜ້າທີ່ຕຳຫຼວດ ຢືນຢູ່ຈຸດເກີດເຫດ ບ່ອນທີ່ເຮືອບິນ ໂບອິງ 737 ເກີດອຸບັດຕິເຫດຕົກ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນ ຈາກສະໜາມບິນຫລັກຂອງຮາວານາ ໃນວັນເສົາມື້ກ່ອນ, ຢູ່ໃນເຂດກະສິກຳ ຂອງເມືອງ ບອຍເຢໂຣສ, ປະເທດຄິວບາ, ວັນທີ 19 ພຶດສະພາ 2018.
ອົງການຂ່າວສານ ຣອຍເຕີ້ ເວົ້າວ່າ ພວກນັກສອບສວນ ໄດ້ພົບເຫັນ “ຫີບດຳບັນທຶກ
ຫຼັກຖານຫີບນຶ່ງ”
 ທີ່ສາມາດຊ່ອຍບອກໄດ້ວ່າ ມີຫຽັງທີ່ຜິດປົກກະຕິເກີດຂຶ້ນ. ຜູ້ເຫັນ
ເຫດການຜູ້ນຶ່ງ ໄດ້ບອກຂ່າວສານ ເອພີ ວ່າ ໃນທັນທີ ທີ່ເຄື່ອງບິນ ບິນຂຶ້ນໄປບໍ່ດົນທໍ່ໃດ
ຈາກເດີ່ນບິນ ນະຄອນຫຼວງ ຮາວານາ ເຮືອບິນອາຍຸ 39 ປີລຳນັ້ນ ກໍໄດ້ເຈີດລົງໄປທາງ
ຂວາທັນທີ ກ່ອນທີ່ມັນຈະລະເບີດຂຶ້ນເປັນໄຟ.
ບໍລິສັດ ໂບອິງ ທີ່ສ້າງເຮືອບິນລຳດັ່ງກ່າວເວົ້າວ່າ ມີໜ່ວຍງານດ້ານເທັກນິກໜ່ວຍນຶ່ງ
ພ້ອມແລ້ວ ທີ່ຈະຊ່ອຍໃນການສອບສວນ ດ້ວຍການໄດ້ຮັບອະນຸຍາດ ແລະການຊີ້ນຳ
ຂອງເຈົ້າທີ່ ທີ່ກ່ຽວຂ້ອງ ທັງສະຫະລັດ ແລະຄິວບາ. ມີລາຍງານວ່າ ເມັກຊິກໂກ ໄດ້ສົ່ງ
ນັກຊ່ຽວຊານໄປສອງຄົນແລ້ວ.
ສາຍການບິນ ຄິວບານາ ເດີ ອາວີອາຊັອງ ພວມມຸ່ງໜ້າໄປຍັງເມືອງ ໂຮລກຸຍນ໌
(Holguin) ທາງພາກ ຕາເວັນອອກຂອງ ຄິວບາ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...