ສຳນັກຂ່າວຕ່າງປະເທດລາຍງານຈາກກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 23 ພຶດສະພາ 2018ວ່າ ນາຍົກລັດຖະມົນຕີມາເລເຊຍ ກ່າວພາຍຫຼັງສຳເລັດການປະຊຸມຄະນະລັດຖະມົນຕີ ເມື່ອວັນພຸດນີ້ວ່າ ທີ່ປະຊຸມມີມະນຕິເຫັນພ້ອມໃຫ້ປັນຫຼຸດເງິນເດືອນຂອງລັດຖະມົນຕີທຸກຄົນລົງ 10% ເພື່ອເປັນການຮ່ວມບັນເທົາພາລະການເງິນຂອງປະເທດ
ຜູ້ນຳມາເລເຊຍກ່າວຕໍ່ໄປວ່າ ລັດະບານຊຸດປັດຈຸບັນຈະພະຍາຍາມເຮັດທຸກວິຖີທາງຕາມຂະບວນການທາງກົດໝາຍ ເພື່ອຫຼຸດໜີ້ສິນສາທາລະນະຂອງປະເທດ ເຊິ່ງໃນຕອນນີ້ມີສູງກວ່າ 1 ລ້ານລ້ານຣິງກິດ ເຊິ່ງວິທີການຂອງເຂົາຮ່ວມເຖິງການຍຸບໜ່ວຍງານທີ່ບໍ່ຈຳເປັນ ເຊິ່ງສ່ວນໃຫຍ່ແມ່ນກໍ່ຕັ້ງຂຶ້ນໃນສະໄໝລັດຖະບານຊຸດເກົ່າ ຢ່າງເຊັ່ນ ໜ່ວຍງານຄະນະລັດຖະມົນຕີນັກວິຊາການແຫ່ງຊາດ (ເອັນພີເອັນ) ແລະ ຄະນະກຳມະທິການການຂົນສົ່ງສາທາລະນະທາງບົກ (ເອສພີເອດີ) ໂດຍໃຫ້ໂອນຖ່າຍໜ່ວຍງານທັງສອງກັບຄືນໄປຢູ່ກະຊວງທີ່ກ່ຽວຂ້ອງ ກໍຄືກະຊວງສຶກສາທິການ ແລະ ກະຊວງຄົມມະນາຄົມຕາມລຳດັບ
ຂະນະດຽວກັນທ່ານ ດຣ. ມະຫາເທຣ໌ ກ່າວເຖິງ “ການທົບທວນ ແລະ ການກວດສອບ” ໂຄງການຮ່ວມທຶນເມກະໂປຣເຈັກກັບນານາປະເທດ ທີ່ລັດຖະບານຊຸດເກົ່າໄດ້ດຳເນີນການໄວ້ ເຊິ່ງຜູ້ນຳມເລເຊຍກ່າວວ່າ ຈະມີການຍົກເລີກ”ບາງໂຄງການ” ແຕ່ຍັງຂໍສະ ຫງວນລະອຽດໄວ້ກ່ອນ.
No comments:
Post a Comment