Wednesday, 4 April 2018

ຢູເອັນ (UN) ສອບສວນ ເຮລິຄອບແຕອາຟະການິສະຖານສັງຫານຫມູ່ພົນລະເຮືອນ

ອົງການສະຫະປະຊາຊາດ (UN) ສັ່ງສອບສວນລາຍງານຂ່າວການໂຈມຕີທາງອາກາດຂອງເຮລິຄອບແຕອາຟະການິສະຖານຕໍ່ໂຮງຮຽນສອນສາສະຫນາໃນພື້ນທີ່ຄວບຄຸມຂອງກຸ່ມຕາລີບັນ, ເມື່ອວັນຈັນທີ່ຜ່ານມານີ້ ເຮັດໃຫ້ມີພົນລະເຮືອນເສຍຊີວິດຢ່າງຫນ້ອຍ 59 ຄົນ ແລະ ສ່ວນໃຫຍ່ແມ່ນເດັກນ້ອຍນັກຮຽນ.
ສຳນັກຂ່າວAFP ລາຍງານຈາກແຂວງຄຸນດຸສ, ປະເທດອາຟະການິສະຖານ ເມື່ອວັນທີ 3 ເມສາ ວ່າປະຊາຊົນຫລາຍຮ້ອຍຄົນເຂົ້າຮ່ວມໃນພິທີສຳເລັດການສຶກສາ ທີ່ໂຮງຮຽນສອນສາສະຫນາໃນເມືອງດາສເຕ ອຣາຊີ ຊື່ງເປັນພື້ນທີ່ຊົງອິດທິພົນຂອງກຸ່ມຕາລີບັນ ໃນແຂວງຄຸນດຸສ ທາງພາກຕາເວັນອອກສຽງເຫນືອຂອງອາຟະການິສະຖານ.
ຖະແຫລງການຂອງສຳນັກງານຊ່ວຍເຫລືອຂອງສະຫະປະຊາຊາດໃນອາຟະການິສະຖານກ່າວວ່າ ຄະນະເຈົ້າຫນ້າທີ່ສິດທິມະນຸດພາກສະຫນາມກຳລັງປະຕິບັດການສອບສວນຫາຂໍ້ເທັດຈິງພ້ອມກັບເຕືອນວ່າ ທຸກຝ່າຍທີ່ກ່ຽວຂ້ອງໃນຄວາມຂັດແຍ່ງ ມີພັນທະກໍລະນີທີ່ຈະຕ້ອງປົກປ້ອງພົນລະເຮືອນ ຈາກຜົນກະທົບຂອງການສູ້ຮົບນີ້

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...