ສຳນັກຂ່າວຕ່າງປະເທດລາຍງານ
21 ເມສາ 2018
ວ່າ:
ສຳນັກຂ່າວກາງເກົາຫຼີເໜືອ (KCNA) ລາຍງານວ່າ:
ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອປະກາດວ່າ
ເກົາຫຼີເໜືອຈະບໍ່ທົດລອງລະເບີດນິວເຄຼຍ ຫຼື ລົດລອງຍິງຂີປະນາວຸດຂ້າມທະວີບອີກຕໍ່ໄປ
ພ້ອມກັບສັ່ງປິດສະຖານທີ່ທົດລອງລະເບີດນິວເຄຼຍຂອງເກົາຫຼີເໜືອ.
ຄຳປະກາດດັ່ງກ່າວ
ຖືເປັນສິ່ງທີ່ສະຫະລັດ ອາເມຣິກາ ຕ້ອງການຫຼາຍທີ່ສຸດ
ເພາະຖືເປັນບາດກ້າວສຳຄັນຂອງການດຳເນີນນະໂຍບາຍທາງການທູດຂອງສະຫະລັດ ອາເມຣິກາ
ຢູ່ແຫຼມເກົາຫຼີ ແລະ ເກີດຂຶ້ນໃນເວລາບໍ່ພໍເທົ່າໃດມື້
ກ່ອນຈະເຖິງການປະຊຸມສຸດຍອດຮ່ວມລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້
ທີ່ເຂດປອດທະຫານ ບ້ານປັນມຸນຈອມ ທີ່ເປັນຊາຍແດນລະຫວ່າງສອງປະເທດ ໃນວັນສຸກ ທີ 27 ເມສາ 2018 ນີ້ ແລະ
ກ່ອນທີ່ຈະມີການພົບປະຫາລືຄັ້ງສຳຄັນລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ທ່ານ ໂດໂນ ທຣຳ
ປະທານປະເທດສະຫະລັດ ອາເມຣິກາ.
ສຳນັກຂ່າວ KCNA ລາຍງານວ່າ: ທ່ານ ຄິມ ຈອງ-ອຶນ ແຈ້ງຕໍ່ກອງປະຊຸມຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີເໜືອວ່າ ເມື່ອທົດລອງ ແລະ ກວດສອບດ້ານອາວຸດແລ້ວ ກໍ່ບໍ່ຈຳເປັນອີກຕໍ່ໄປສຳລັບເກົາຫຼີເໜືອ ທີ່ຈະຕ້ອງທົດລອງລະເບີດນິວເຄຼຍອີກ ລວມທັງການທົດລອງຍິງຂີປະນາວຸດພິໄສກາງ, ພິໄສໄກ ຫຼື ຂີປະນາວຸດຂ້າມທະວີບອີກຕໍ່ໄປ ພາລະກິດຂອງການທົດລອງນິວເຄຼຍຂອງເກົາຫຼີເໜືອຖືວ່າສຳເລັດສົມບູນແລ້ວ.
ເກົາຫຼີເໜືອມີຄວາມຄືບໜ້າເປັນຢ່າງຍິ່ງໃນການໂຄງດ້ານອາວຸດ ພາຍໃຕ້ການນຳຂອງທ່ານ ຄິມ ຈອງ-ອຶນ ເຊິ່ງກໍ່ຖືກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ລົງມະຕິຂວໍ້າບາດ ລວມເຖິງສະຫະລັດ ອາເມຣິກາ, ສະຫະພາບເອີຣົບ, ເກົາຫຼີໃຕ້ ແລະ ປະເທດອື່ນໆ.
ເມື່ອປີທີ່ຜ່ານມາ, ເກົາຫຼີເໜືອທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເຊິ່ງຖືວ່າຮຸນແຮງທີ່ສຸດ ແລ້ວຍັງມີການທົດລອງຍິງຂີປະນາວຸດຂ້າມທະວີບ ເຊິ່ງສາມາດໂຈມຕີເປົ້າໝາຍແຜ່ນດິນໃຫຍ່ຂອງສະຫະລັດ ອາເມຣິກາໄດ້.

ທີ່ມາ: ອິດສະຫຼະ.

No comments:
Post a Comment