Friday, 6 April 2018

ປິດຕຳນານ “ໂຈນ ໝາເດີອດ”…


ຂື້ນຊື່ລີນາມແຖວລ້ອງງຶ່ມ ສຳລັບສາຍາ “ໂຈນ ໝາເດືອດ” ເລື່ອງຄົງກະພັນ ແລະ ການຫຼົບຫຼີກ ອອກປົ້ນອອກຈີ້ແຕ່ລະເທື່ອບໍ່ເຄີຍຖິ້ມຫຼັກຖານແລະເງື່ອນງຳໃຫ້ນຳໄດ້ເພາະເປັນຜູ້ທີ່ມີເຄືອງລາງຂອງຂັງຈາກເກຈິອາຈານດັງຫຼວງຫຼາຍພາຍມາກ (ວ່າຊັ້ນ)..ສິ່ງທີ່ຊຽນພະເຫລົ່ານີ້ຕ້ອງການບໍ່ແມ່ນສ້ອຍຄໍຄຳ ແຕ່ຫາກເປັນພະທີ່ຫ້ອຍນຳສາຍສ້ອຍຄຳ 20 ຫັ້ນ ແຕ່ເຫດໃດເທື່ອນີ້ພາດ ຈົບຊີວິດອານາດດ້ວຍ ລູກປືນ 4 ນັດ ?

ເຫດການນີ້ເປັນເລື່ອງໂດ່ງດັງໃນສັງຄົມຢູ່ເວລານີ້ ກັບຄະດີ ໂຈນດຶງສາຍຄໍ ທີ່ຕະຫຼາດຊັງຈຽງ ນະຄອນຫຼວງວຽງຈັນຕໍ່ກໍລະນີນີ້ຜູ້ເສຍຫາຍໄດ້ອອກມາໃຫ້ລາຍລະອຽດວ່າ : ” ລາຍລະອຽດ: ໃນວັນທີ 5/4/2018 ເວລາປະມານ10ໂມງ ຜູ້ເສຍຫາຍໄດ້ໄປຊື້ເຄື່ອງຢູ່ຕະຫຼາດຊັງຈ່ຽງ ໃນຊ່ວງເວລານັ່ງເລືອກຄື່ອງຢູ່ນັ້ນ ໄດ້ມີໂຈນມາດືງສາຍຄໍທາງດ້ານຫຼັງ ໂຈນແມ່ນຂີ່ລົດຈັກມາສອງຄົນ ຜູ້ເສຍຫາຍຈື່ງໄດ້ຕໍ່ສູ້ກັບໂຈນ ແຕ່ໂຈນໄດ້ໂຈົກປືນອອກມາ “ຍີງໃສ່ຜູ້ເສຍຫາຍ2-3ບາດ” ແຕ່ໂຊກດີປືນບໍ່ແຕກ
ພໍເຫັນແນວນັ້ນຜູ້ເສຍຫາຍກໍ່ໄດ້ປ່ອຍສາຍຄໍໄຫ້ໂຈນ ໃນເວລາທີ່ຕໍ່ສູ້ກັນນັ້ນໄດ້ມີເມຍແລະໝູ່ຂອງຜູ້ເສຍຫາຍກໍ່ຊ່ວຍກັນ ພໍເຫັນໂຈນມີປືນຜູ້ຖືກເສຍຫາຍກໍ່ຄິດໄດ້ວ່າມີປືນຢູ່ລົດຈື່ງໄດ້ແລ່ນໄປເອົາປືນຢູ່ລົດອອກມາຍີງໃສ່ໂຈນ ເພາະໃນຊ່ວງນັ້ນເມຍຂອງຜູ້ເສຍຫາຍໄດ້ແລ່ນດືງໂຈນໄວ້ຢູ່ ຜູ້ເສຍຫາຍຢ້ານໂຈນຍີງເມຍ ຈື່ງໄດ້ຕັດສີນໃຈຍີງໂຈນເພື່ອປ້ອງກັນ ໃນທີ່ສຸດກໍ່ຈັບໂຈນໄດ້ ເພາະໂຈນຖືກບາດເຈັບພ້ອມລົດຈັກ ສ່ວນອີກໜື່ງຄົນແມ່ນຫຼົບໜີໄປໄດ້ ຜູ້ເສຍຫາຍພ້ອມເມຍພ້ອມເພື່ອນກໍ່ຖືກບາດເຈັບໄປຕາມໆກັນ ”











No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...