ເມື່ອວັນທີ່ 22 ເມສາ ທ່ານ ໂມຮັມມັດ ຈາວັດຊາຣິບ ລັດຖະມົນຕີກະຊວງການຕ່າງປະເທດ ອີຫຼ່ານ ກ່າວລະຫວ່າງເດີນທາງໄປປະຊຸມສະຫະປະຊາຊາດທີ່ນະຄອນນິວຢອກ ສະຫະລັດ ອາເມລິກາ ເຖິງກໍລະນີລັດຖະບານທ່ານໂດນັນ ທຮັມປະທານາທິບໍດີ ສະຫະລັດ ມີທ່າທີ່ຈະຖອນໂຕຈາກຂໍ້ຕົກລົງລະງັບໂຄງການນິວເຄຍອີຫຼ່ານ ປີ 2016 ພ້ອມຂີດເສັ້ນຕາຍໃຫ້ທາງຍູໂຣບແກ້ລາຍລະອຽດໃໝ່ວັນທີ່ 12 ພຶດສະພາ 2018 ນີ້ ວ່າຫາກສະຫະລັດຖອນໂຕ ລັດຖະບານອີຫຼ່ານກໍ່ພ້ອມຈະເດີນໜ້າໂຄງການນິວເຄຍຢ່າງຈິງຈັງດ້ວຍການເພີ່ມສັກກະຍາພາບແຮ່ຢູເລນຽມ ແຕ່ບໍ່ຕ້ອງຢ້ານວ່າອີຫຼ່ານຈະຜະລິດນິວເຄຍໄວ້ໃນຄອບຄອງ
ທ່າທີຂອງລັດຖະບານອີຫຼ່ານຄັ້ງນີ້ ມີຂື້ນກ່ອນທ່ານ ເອັມມານູເອລ ມາຄົງ ປະທານາທິບໍດີຝຣັ່ງ ຈະຢ້ຽມຢາມສະຫະລັດໃນວັນທີ່ 23 ເມສາ ເຊິ່ງສຳນັກຂ່າວຕ່າງປະເທດລະບຸວ່າ ປະເດັ່ນຫາລືຈະລວມເຖິງບົດສະຫຼຸບຂໍ້ຕົກລົງໂຄງການລະງັບນິວເຄຍອີຫຼ່ານດ້ວຍ ຮ່ວມກັບລັດຖະບານຢູໂຣບລັອບບີ້ອີຫຼ່ານສຳເລັດ ແລກກັບການຜ່ອນຜັນນະໂຍບາຍຄວ່ຳບາດ ຢ່າງໃດກໍ່ຕາມ ທ່ານທຮັມເບິ່ງວ່າຂໍ້ຕົກລົງບໍ່ເໝາະສົມ ຄວນຄວມຄຸມເຖິງການລະງັບພັດທະນາຂີປະນາວຸດອີຫຼ່ານດ້ວຍ ເຮັດໃຫ້ລັດຖະບານຢູໂຣບຢູ່ລະຫວ່າງພະຍາມຍາມເກ້ຍກ່ອມທ່ານທຮັມບໍ່ໃຫ້ຖອນໂຕ ອີຫຼ່ານເຄີຍລະບຸວ່າເຖິງສະຫະລັດຈະຖອນໂຕກໍ່ຈະເຮັດຕາມຂໍ້ຕົກລົງຕໍ່ ເພາະມີຫລາຍຊາດຮ່ວມລົງນາມທັງອັງກິດ ຈີນ ຝຣັ່ງ ເຢຍລະມັນ ແລະລັດເຊຍ
