ພາຍຫຼັງທີ່ມີຂ່າວອອກມາວ່າ ເມືອງຫຼວງພະບາງ ແຂວງຫຼວງພະບາງ, ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ແລະ ເມືອງປາກເຊ ແຂວງຫຼວງພະບາງ ໄດ້ຮັບອະນຸມັດຈາກທາງລັດຖະບານໃຫ້ປັບສະຖານະຈາກ ເມືອງ ໃຫ້ກາຍເປັນນະຄອນນັ້ນ ກໍມີຜູ້ອ່ານຫຼາຍຄົນສົງໄສວ່າ ເມືອງ ແລະ ນະຄອນ ມີຄວາມແຕກຕ່າງກັນແນວໃດ? ເຮົາກໍເລີຍໄປຊອກຂໍ້ມູນມາໃຫ້ທຸກຄົນໄດ້ອ່ານ ເພື່ອຄາຍຂໍ້ສົງໄສກັນ.
ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2015 ໄດ້ໃຫ້ຄວາມໝາຍຂອງຄຳວ່າ ເມືອງ ໄວ້ວ່າ ເປັນເຂດການປົກຄອງທ້ອງຖິ່ນທີ່ກວມເອົາພື້ນທີ່ຕົວເມືອງ ແລະ ຊົນນະບົດ ປະກອບມີຫຼາຍບ້ານ ແລະ ຂຶ້ນກັບແຂວງ. ເມືອງ ສ້າງຕັ້ງໂດຍອີງໃສ່ເງື່ອນໄຂທີ່ວ່າ ຕ້ອງມີທີ່ຕັ້ງທາງພູມສາດທີ່ເໝາະສົມແກ່ການປົກຄອງ, ມີພົນລະເມືອງຢ່າງໜ້ອຍ 30,000 ຄົນ ສຳລັບເມືອງໃນເຂດທົ່ງພຽງ ຫຼື 20,000 ຄົນສຳລັບເມືອງໃນເຂດພູດອຍ ແລະ ຕ້ອງມີພື້ນຖານໂຄງລ່າງ ແລະ ປັດໄຈພື້ນຖານໃນການພັດທະນາເສດຖະກິດ ແລະ ສັງຄົມ.
ສ່ວນ ນະຄອນ ຕາມມາດຕາທີ 61 ຂອງກົດໝາຍດຽວກັນລະບຸໄວ້ວ່າ ເປັນເມືອງ ຫຼື ເທດສະບານທີ່ມີລະດັບການພັດທະນາສູງ ກວມເອົາພື້ນທີ່ຕົວເມືອງ ແລະ ຊົນນະບົດ ປະກອບດ້ວຍຫຼາຍບ້ານ. ແຕ່ວ່າ ເງື່ອນໄຂໃນການສ້າງຕັ້ງນະຄອນ ແມ່ນຕ້ອງເປັນເມືອງ ຫຼື ເທດສະບານທີ່ມີປະຊາກອນຢ່າງໜ້ອຍ 60,000 ຄົນ ແລະ ໃນພື້ນທີ່ຕົວເມືອງຕ້ອງມີ 25,000 ຄົນຂຶ້ນໄປ, ມີຄວາມໜາແໜ້ນປະຊາກອນພາຍໃນຕົວເມືອງບໍ່ຫຼຸດ 900 ຄົນຕໍ່ກິໂລຕາແມັດ, ປະຊາກອນມີອາຊີບເປັນຊາວກະສິກອນຕໍ່າກວ່າ 25%, ມີພື້ນຖານໂຄງລ່າງທີ່ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບ. ພ້ອມກັນນັ້ນ ທຸກໆບ້ານທີ່ຢູ່ໃນເມືອງຕ້ອງເປັນບ້ານພັດທະນາທັງໝົດ ແລະ ເມືອງນັ້ນຕ້ອງກຸ້ມໂຕເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.
ສັງເກດເຫັນໄດ້ວ່າ ເຖິງວ່າ ເມືອງ ແລະ ນະຄອນຈະມີຖານະທຽບເທົ່າກັນ ແລະ ຂຶ້ນກັບແຂວງ ແຕ່ກໍມີຈຸດທີ່ແຕກຕ່າງຢູ່ຫຼາຍຈຸດດ້ວຍກັນ ບໍ່ວ່າຈະເປັນດ້ານຈຳນວນປະຊາກອນ ແລະ ຄວາມໜາແໜ້ນຂອງປະຊາກອນ ເປັນຕົ້ນ. ພ້ອມກັນນັ້ນ ໃນການເອີ້ນຊື່ເປັນພາສາອັງກິດ ຄຳວ່າ ນະຄອນ ຈະໃຊ້ຄຳວ່າ city ໃນຂະນະທີ່ ຄຳວ່າ ເມືອງ ຈະໃຊ້ຄຳວ່າ district. ສ່ວນຫົວໜ້າອົງການປົກຄອງນະຄອນ ຈະເອີ້ນວ່າ ເຈົ້ານະຄອນ ແລະ ຫົວໜ້າອົງການປົກຄອງເມືອງ ຈະເອີ້ນວ່າ ເຈົ້າເມືອງ.

No comments:
Post a Comment