Tuesday, 3 April 2018

ກອງປະຊຸມສຳມະນາ ກ່ຽວກັບກົນໄກການຮ່ວມມື້ອາຊຽນ-ສ.ເກົາຫລີ ຄັ້ງທີ 3

ຂປລ. ໃນ ວັນທີ 3-4 ເມສາ 2018 ທີ່ ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ສຳນັກງານການທູດ ສ.ເກົາຫລີ ປະຈຳ ອາຊຽນ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບການສົ່ງເສີມ ກົນໄກການຮ່ວມມື ອາຊຽນ-ສ.ເກົາຫລີ ຄັ້ງທີ 3 ໂດຍການ ສະໜັບສະໜູນ ຈາກໜ່ວຍງານຄຸ້ມຄອງ ໂຄງການ ອາຊຽນ-ສ.ເກົາຫລີ ທີ່ມີຫ້ອງການຕັ້ງຢູ່ ນະຄອນຫລວງຈາກາກຕາ ປະເທດອີນໂດເນເຊຍ, ໂດຍມີຜູ້ເຂົ້າຮ່ວມ ຈາກກະຊວງ, ຂະແໜງການອ້ອມຂ້າງ ສູນກາງ ແລະ ຄະນະຜູ້ແທນ ສ.ເກົາຫລີ 100 ກວ່າທ່ານ.
ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມ ມືລະຫວ່າງ ອາຊຽນ-ສ.ເກົາຫລີ ໃນຖານະ ຄູ່ຮ່ວມຍຸດທະສາດ. ການຮ່ວມມື ລະຫວ່າງ ສອງຝ່າຍ ນັບມື້ນັບໄດ້ຮັບ ການເສີມຂະຫຍາຍ, ເຊິ່ງກວມເອົາຫລາຍ ຂະແໝງການເຊັ່ນ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດຖະນະທຳ-ສັງຄົມ, ການເຊື່ອມໂຍງອາຊຽນ ແລະ ການຮັດແຄບ ຄວາມແຕກໂຕນ ດ້ານການພັດທະນາ ພາຍໃນອາຊຽນ. ຄຽງຄູ່ກັນນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ ຜັນຂະຫຍາຍ ເນື້ອໃນຈິດໃຈກອງປະຊຸມ ສຳມະນາຄັ້ງນີ້, ໃຫ້ເກີດດອກອອກຜົນ, ໂດຍສະເພາະ ການຂຽນໂຄງການລະອຽດ ເພື່ອລະດົມທືນ ຈາກກອງທືນຮ່ວມມື ອາຊຽນ-ສ.ເກົາຫລີ ເພື່ອນຳມາ ຈັດຕັ້ງປະຕິບັດຢູ່ລາວ.
ໃນໂອກາດນີ້, ທ່ານ ຊິນຊອງຊຸນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳລາວ ແລະ ທ່ານ ກີມ ຢອງແຈ, ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳອາຊຽນ ກໍໄດ້ຢ້ຳຄືນ  ທີ່ຈະສືບຕໍ່ສະໜັບສະໜູນ ແລະ ການຮ່ວມມື ກັບອາຊຽນ ກໍຄື ສປປ ລາວ ແນໃສ່ສົ່ງເສີມການພົວພັນ ຮ່ວມມື ລະຫວ່າງ ອາຊຽນ-ສ.ເກົາຫລີ ເວົ້າລວມ ແລະ ເວົ້າສະເພາະ ການພົວພັນຮ່ວມມື ສປປ ລາວ-ສ.ເກົາຫລີ ໃຫ້ນັບມື້ ໄດ້ຮັບການເສີມຂະຫຍາຍ.
ໃນໄລຍະການ ພັດທະນາ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຮູ້-ເຂົ້າໃຈ ການຮ່ວມມືອາຊຽນ-ສ.ເກົາຫລີ, ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ-ສ.ເກົາຫລີ ລວມທັງ ຂະແໜງບຸລິມະສິດ ແລະ ທິດທາງ ການຮ່ວມມື ສຳລັບ ອາຊຽນ-ສ.ເກົາຫລີ ໃນຕໍ່ໜ້າ. ສິ່ງສຳຄັນ, ບັນດາຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈ ກ່ຽວກັບ ລະບຽບຫລັກການຂອງການຂຽນ ໂຄງການລະອຽດ ແລະ ຂັ້ນຕອນ ການນຳສະເໜີ ໂຄງການ ເພື່ອລະດົມທືນ ຈາກກອງທືນ ການຮ່ວມມື ອາຊຽນ-ສ.ເກົາຫລີ ເພື່ອຈັດຕັ້ງປະຕິບັດ ໂຄງການຕ່າງໆຂອງ ສປປ ລາວ ແນໃສ່ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງລາວເຮົາ ແລະ ທັງເປັນການສົ່ງເສີມ ຄວາມອາດສາມາດ ຂອງຂະແໜງການ ສປປ ລາວ ໃນວຽກງານການ ເຊື່ອມໂຍງພາກພື້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...