ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ຄຸມເຂົ້າ ເມື່ອອອກແຈ້ງການ ໃນວັນທີ 27 ເມສາ 2018 ເລື່ອງການບໍລິການຖ່າຍທອດສົດບານໂລກ 2018 ທາງໂທລະພາບ ໃຫ້ຜູ້ຮັບຊົມໄດ້ຮັບຊົມ.
ໂດຍອອກຂໍກໍານົດດັ່ງໃນແຈ້ງການ:
ໂດຍອອກຂໍກໍານົດດັ່ງໃນແຈ້ງການ:
ກ່ອນໜ້ານີ້ ທ່ານ ປອ. ຫົງຄຳ ສຸວັນນະວົງ ປະທານສະຖານີໂທພາບ ທີວີລາວ ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 19 ມີນາ 2018 ຜ່ານມາ ທີ່ສະຖານີໂທລະພາບ ທີວີລາວ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ວ່າ: ສໍາລັບປີນີ້ ຖືເປັນປີທີ 2 ທີ່ທີວີລາວ ໄດ້ທຸ້ມເງິນຊື້ລິຂະສິດຖ່າຍທອດສົດ ການແຂ່ງຂັນບານໂລກ ທີ່ຈະມີການຈັດຂຶ້ນທຸກໆ 4 ປີ ເພື່ອໃຫ້ແຟນບານຊາວລາວ ໄດ້ຮ່ວມຊົມ ແລະ ເຊຍຢ່າງເຕັມອີ່ມ. ໃນນີ້, ສໍາລັບການແຂ່ງຂັນບານໂລກ 2018 ທີ່ປະເທດຣັດເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 14 ມິຖຸນາ ຫາ ວັນທີ 15 ກໍລະກົດ 2018 ໂດຍທີວີລາວ ຈະຖ່າຍທອດຄົບທັງໝົດ 64 ນັດ ໃນນັ້ນ ໄດ້ແບ່ງເປັນການຖ່າຍທອດສົດ ແລະ ເທັບບັນທຶກພາບ. ນອກຈາກນັ້ນ, ຍັງຈະມີການວິເຄາະກ່ອນເກມການແຂ່ງຂັນໂດຍຜູ້ຊຳນິຊຳນານດ້ານການວິເຄາະບານອີກດ້ວຍ.







No comments:
Post a Comment