ແມນນີ່ປາກຽວນັກມວຍຜູ້ຍິ່ງໃຫຍ່ຂອງໂລກຍອມຈົກເງິນໃນຖົງທີ່ຫາມາດ້ວຍຢາດເຫື່ອ
ແລະແຮງງານ ຄວາມສາມາດ ປຸກສ້າງບ້ານຈັດສັນຫຼັງກວ່າ 1000 ຫຼັງ
ເພື່ອຄົນຍາກຈົນທີ່ບໍ່ມີໂອກາດໄດ້ຢູ່ເຮືອນຫຼັງງາມໆ ມີເຮືອນເປັນຂອງຕົນເອງ.
ຄວາມຝັນຂອງນັກມວຍຜູ້ມີຊື່ສຽງກ້ອງໂລກທ່ານນີ້ແມ່ນຢາກຫາເງິນໃຫ້ໄດ້ຫຼາຍໆໃນຂະນະທີ່ເຂົາຍັງສາມາດສ້າງເງິນໄດ້ ເພື່ອໃຫ້ມີເງິນດູແລຄອບຄົວ ແລະຊ່ວຍເຫຼືອຄົນຍາກຈົນໃນຟີລິບປິນບ້ານເກີດ ຊຶ່ງເປັນແຜ່ນດິນເກີດຂອງຕົນ ກ່ອນທີ່ຕົນເອງຈະອຳລາວົງການຕີມວຍໄປຕະຫຼອດການ.

ປາກຽວກ່າວວ່າໂຄງການສ້າງບ້ານຈັດສັນ 1000 ຫຼັງສຳລັບຜູ້ຍາກຈົນໃນແຂວງ
ຊາຣັນການີ່ ບ້ານເກີດຂອງຕົນເອງແມ່ນຈະສ້າງໃຫ້ສຳເລັດພາຍໃນປີ 2020 ດ້ວຍງົບປະມານ
100 ກວ່າລ້ານໂດລາ.
ແມນນີ່ປາກຽວເປັນຄົນທີ່ເກີດມາຈາກຄອບຄົວທຸກຍາກ
ເພິ່ນຈິ່ງກ່າວກັບຕົນເອງສະເໝີວ່າເຖິງຈະຮັ່ງມີລ້ຳລວຍສ່ຳໃດກໍ່ບໍ່ເຄີຍລືມອະດີດຕົນເອງເປັນແບບໃດ
ຕ້ອງຂອບໃຈພະເຈົ້າທີ່ເຮັດໃຫ້ຕົນເກີດມາເພື່ອຊ່ວຍເຫຼືອປະຊາຊົນ ແລະການສ້າງບ້ານຈັດສັນ 1000 ຫຼັງນີ້ຖືເປັນການຄືນກຳໄລຊີວິດຕົນເອງ
ແລະຄືນບຸນຄຸນແຜ່ນດິນຂອງປາກຽວ ສຸດຍອດນ້ຳໃຈທີ່ຫາໄດ້ຍາກ.

No comments:
Post a Comment