Friday, 23 March 2018

ເກົາຫຼີໃຕ້ສາຍສຳພັນກຽມສົ່ງວົງເກີກຣຸ໊ບ “Red Velvet” ໄປສະແດງຄອນເສີດທີ່ເກົາຫຼີເໜືອ

ວັບໄຊ KOREABOO ໄດ້ລາຍງານວ່າ ປະເທດເກົາຫຼີໃຕ້ກຽມສົ່ງວົງເກີກຣຸ໊ບ “Red Velvet” ພ້ອມເຈົ້າໜ້າທີ່ກວ່າ 160 ຊີວິດ ເດີນທາງໄປທີ່ນະຄອນຫວງປຽງຢາງ ປະເທດເກົາຫຼືເໜືອ ໃນລະຫວ່າງວັນທີ 31 ມີນາ – 4 ເມສາ 2018ນີ້ ເພື່ອໄປເຮັດການສະແດງຄອນເສີດ ເພື່ອເປັນການຕອບແທນເກົາຫຼີເໜືອທີ່ສົງນັກຮ້ອງ ແລະ ວົງດົນຕີເຄຣສຕ້າມາຮ່ວມພິທີເປີດການແຂ່ງຂັນກີລາໂອລິມປິກລະດູໜາວທີ່ປະເທດເກົາຫຼີໃຕ້ເມື່ອເດືອນ ກຸມພາ 2018ທີ່ຜ່ານມາ
ການຈັດສະແດງຄອນເສີດຂອງວົງ Red Velvet ຖືວ່າເປັນການສະແດງຂອງສີລະປິນຈາກເກົາຫຼີໃຕ້ທີ່ໄປສະແດງທີ່ເກົາຫຼີເໜືອຄັ້ງທຳອິດໃນຮອບ 10 ປີ ຄະນະການນຳຂອງທັງສອງປະເທດໄດ້ມີການປະຊຸມຮ່ວມກັນເພື່ອພັດທະນາຄວາມສຳພັນແບບກ້າວກະໂດດຂັ້ນ ເຊິ່ງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ເຂົ້າຮ່ວມໃນການປະຊຸມເທື່ອນີ້

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...