ແຂວງ ສະຫວັນນະເຂດ ວັນທີ12/3/2018ທີ່ຜ່ານມາ ເວລາ19:35ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີໄຟໄໝ້ທີ່ໂຮງແຮມແຫ່ງໜື່ງ ທີ່ເຂດບ້ານ ໂພນສະຫວ່າງໃຕ້ ເມືອງໄກສອນ ແຂວງສະຫວັນນະເຂດ
ເມື່ອໜ່ວຍກູ້ໄພເຖິງຈຸດເກິດເຫດພົບເຫດຄວັນໄຟອອກມາຈາກຊັ້ນ2 ໜ່ວຍກູ້ໄພຈື່ງໄດ້ຂື້ນກວດສອບພ້ອມກັບເຈົ້າໜ້າທ່່ີສະກັດກັ້ນອັກຄີໄຟພົບເຫັນໄຟກຳລັງໄໝ້ຫ້ອງເກັບເຄື່ອງຂອງໂຮງແຮມດັ່ງນັ້ນຈື່ງໄດ້ຊ່ວຍສະກັດກັ້ນໄຟພ້ອມກັບເຈົ້າໜ້າທີ່ສະກັດກັ້ນອັກຄີໄຟໃຊ້ເວລາປະມານ20ນາທີຈື່ງສະກັດກັ້ນໄຟໄດ້
ສ່ວນສາເຫດແມ່ນເຈົ້າໜ້າທີ່ກຳລັງສອບສວນຫາທີ່ມາຂອງໄຟວ່າເກິດຈາກຫຍັງ
ສ່ວນສາເຫດແມ່ນເຈົ້າໜ້າທີ່ກຳລັງສອບສວນຫາທີ່ມາຂອງໄຟວ່າເກິດຈາກຫຍັງ
No comments:
Post a Comment