Wednesday, 7 March 2018

ເຈົ້າ​ໜ້າທີ່ ສປຊ ກ່າວ​ວ່າ​ ການກວດລ້າງ ຊາວໂຣຮິງ​ຢາ​ ໃນມຽນມາ ຍັງມີຢູ່​​ຕໍ່ມາ

ເຈົ້າ​ໜ້າທີ່ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ​ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ
ມຽນມາ ຍັງສືບ​ຕໍ່ລ່ວງລະເມີດສິດທິມະນຸດຂອງພວກມຸສລິມໂຣຮິງ​ຢາ​ໃນ​ລັດ​ຣາໄຄ​ນ໌
ທາງ​ພາກ​ເໜືອ​ຂອງ​ປະ​ເທດ.
​ທ່ານ ​ແອນ​ດຣູ ກຽລມໍ (Andrew Gilmore) ຮອງ​ເລຂາທິການ​ໃຫຍ່ອົງການ​ສະຫະ
​ປະຊາຊາດ ຮັບຜິດຊອບໃນ​ເລື່ອງ​ສິດທິ​ມະນຸດ ໄດ້​ລະບຸ​ໃນ​ຖະແຫຼງການ ທີ່ເປັນ
ລາຍລັກອັກສອນສະບັບ​ນຶ່ງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍອີງການ​ສະຫຼຸບຜົນຂອງທ່ານ
ຈາກ​ຊາວໂຣຮິງ​ຢາ ທີ່ຫາກໍເດີນທາງ​ໄປ​ຮອດສູນອົບພະຍົບ ​ທີ່​ແອ​ອັດເຕັມ​ໄປ​ດ້ວຍ​ຜູ້​ຄົນ​
​ຫວ່າງ​ມໍ່ໆມາ​ນີ້ ​ໃນ​ບັງ​ກລາແດັສ ທີ່ເພື່ອນ​ບ້ານ ໂດຍກ່າວວ່າ “ການ​ກວດລ້າງ​ຊາວ
ໂຣຮິງ​ຢາ ຈາກ​ມຽນມາ​ນັ້ນ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.”​
ພວກມຸສລິມໂຣຮິງຢາ 10 ຄົນ ນັ່ງຄຸເຂົ່າ ເອົາມີຄັດຫຼັງ ໃນຂະນະທີ່ກອງກຳລັງຮັກສາຄວາມປອດໄພ ຂອງມຽນມາ ຢືນຍາມໃນບ້ານ ອິນ ດິນ (Inn Din), 2 ກັນຍາ 2017.
ພວກມຸສລິມໂຣຮິງຢາ 10 ຄົນ ນັ່ງຄຸເຂົ່າ ເອົາມີຄັດຫຼັງ ໃນຂະນະທີ່ກອງກຳລັງຮັກສາຄວາມປອດໄພ ຂອງມຽນມາ ຢືນຍາມໃນບ້ານ ອິນ ດິນ (Inn Din), 2 ກັນຍາ 2017.
ມີຊາວໂຣຮິງ​ຢາເກືອບ 7 ຮ້ອຍ​ພັນ​ຄົນ ​ໄດ້​ພາກັນຫລົບ​ໜີ​ຈາກ​ການປາບປາມທີ່ໂຫດ
ຮ້າຍທາລຸນ ​ຂອງ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ມຽນມາ ເຂົ້າໄປ​ປະ​ເທດ​ບັງ​ກລາ​ແດັສ
ນັບ​ຕັ້ງແຕ່​ເດືອນ​ສິງຫາເປັນ​ຕົ້ນ​ມາ. ພວກທີ່​ເຫັນ​ເຫດການ​ຊາວ​ໂຣຮິງ​ຢາ​ແລະ​ພວກ​
ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ມະນຸດ ​ໄດ້​ກ່າວ​ຫາ ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງມຽນມາ
ວ່າ​ ທຳ​ການ​ສັງຫານ ຂົ່ມຂືນ​ສຳ​ເລົາ ​ແລະ​ຈູດຢ້າວ​ເຜົາເຮືອນ.
ທ່ານ ກຽລມໍ​ ກ່າວ​ວ່າ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງມຽນມາ ​ໄດ້​ປ່ຽນ
​ກົນ​ລະຍຸດຈາກ​ການ “ສັງຫານ​ໂຫດ​ແບບ​ນອງ​ເລືອດ​ແລະການຂົ່ມຂືນ​ສຳ​ເລົາ ​
ໃນປີກາຍ​ນີ້ມາ​ເປັນ​ ​ການ​ປະຕິບັດງານໃນລະດັບຕ່ຳເພື່ອສ້າງຄວາມຢ້ານກົວ​
ແລະ​ບັງຄັບ​ໃຫ້ປະຊາຊົນຫີິວຕາຍ.”
ມຽນມາ​ແລະບັງ​ກລາ​ແດັສ ​ໄດ້​ຕົກລົງ​ທີ່ຈະ​ຈັດ​ສົ່ງ ຊາວມຸສລິມໂຣຮິງ​ຢາ​ຈຳນວນນຶ່ງ
ກັບຄືນປະເທດ​, ​ແຕ່​ທ່ານ ກຽລມໍ​ ກ່າວ​ວ່າ ຄວາມ​ຫວັງ​ໃນ​ການທີ່ຈະຈັດສົ່ງພວກເຂົາ
ເຈົ້າ ກັບຄືນປະເທດ “ຢ່າງປອດ​ໄພ ມີກຽດສັກ​ກີ ​ແລະ​ຢ່າງຍືນຍົງ​ນັ້ນ” ​ແມ່ນ “​ເປັນ​ໄປ
​ບໍ່​ໄດ້ ພາຍ​ໃຕ້ສະພາບ​ການ​ໃນ​ປັດຈຸບັນ​ນີ້.”

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...