ອະດີດປະທານາທິບໍດີອາຟຣິກາໃຕ້ ທ່ານ ເຈກັບ ຊູມາ (Jacob Zuma) ໄດ້ຖືກຮຽກຕົວ
ໄປສານ ໃນວັນທີ 6 ເມສາ ເພື່ອປະເຊີນກັບຄະດີສໍ້ລາດບັງຫຼວງ.
ໄປສານ ໃນວັນທີ 6 ເມສາ ເພື່ອປະເຊີນກັບຄະດີສໍ້ລາດບັງຫຼວງ.
ຕຳຫຼວດ ກ່າວວ່າ ທ່ານຊູມາ ໄດ້ຖືກຮຽກຕົວ ໃນວັນຈັນວານນີ້ ແລະຍັງສືບຕໍ່ຫຼົ້ມຈົມລົງ
ຕໍ່ໄປ ຫຼັງຈາກໄດ້ຖືກບັງຄັບໃຫ້ລາອອກຕຳແໜ່ງ ໃນເດືອນແລ້ວນີ້ ລຸນຫຼັງທີ່ພັກຂອງທ່ານ
ຕ່າວປີ້ນ ບໍ່ເຂົ້າຂ້າງທ່ານ.
ຕໍ່ໄປ ຫຼັງຈາກໄດ້ຖືກບັງຄັບໃຫ້ລາອອກຕຳແໜ່ງ ໃນເດືອນແລ້ວນີ້ ລຸນຫຼັງທີ່ພັກຂອງທ່ານ
ຕ່າວປີ້ນ ບໍ່ເຂົ້າຂ້າງທ່ານ.
ໄອຍະການແຫ່ງຊາດຂອງອາຟຣິກາໃຕ້ ໄດ້ກ່າວໃນຕົ້ນເດືອນນີ້ວ່າ ຈະຟ້ອງທ່ານຊູມາ
ໃນ 16 ກະໂທງ ຊຶ່ງຮວມທັງ ການສໍ້ໂກງ ການຍັກຍອກ ການສໍ້ລາດບັງຫຼວງ ແລະການ
ຟອກເງິນ.
ໃນ 16 ກະໂທງ ຊຶ່ງຮວມທັງ ການສໍ້ໂກງ ການຍັກຍອກ ການສໍ້ລາດບັງຫຼວງ ແລະການ
ຟອກເງິນ.
ຄະດີທີ່ພົວພັນກັບຂໍ້ຕົກລົງທາງອາວຸດ ໃນຊຸມປີ 1990 ພຸ້ນ ແລະໄດ້ຖືກຍົກເລີກໄປ
ໃນຕອນຕົ້ນໆນັ້ນ ເກືອບວ່ານຶ່ງທົດສະວັດ ມາແລ້ວ ກ່ອນທີ່ທ່ານຊູມາ ຈະລົງສະໝັກ
ແລະໄດ້ຊະນະການເປັນປະທານາທິບໍດີ ໃນປີ 2009 ນັ້ນ.
ໃນຕອນຕົ້ນໆນັ້ນ ເກືອບວ່ານຶ່ງທົດສະວັດ ມາແລ້ວ ກ່ອນທີ່ທ່ານຊູມາ ຈະລົງສະໝັກ
ແລະໄດ້ຊະນະການເປັນປະທານາທິບໍດີ ໃນປີ 2009 ນັ້ນ.
ທ່ານຊູມາ ໄດ້ເປັນຮອງປະທານາທິບໍດີ ໃນຂະນະທີ່ມີການຕົກລົງເລື່ອງອາວຸດນັ້ນ.
ອະດີດທີ່ປຶກສາທາງດ້ານການເງິນຂອງທ່ານ ທ່ານຊາເບີຍ ເຊກຄ (Schabir Shaikh)
ອະດີດທີ່ປຶກສາທາງດ້ານການເງິນຂອງທ່ານ ທ່ານຊາເບີຍ ເຊກຄ (Schabir Shaikh)
ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນປີ 2005 ໃນຄວາມພະຍາຍາມທີ່ຈະໃຫ້ເປັນສະພານ
ໃຫ້ແກ່ທ່ານຊູມາແລະບໍລິສັດອາວຸດຂອງຝຣັ່ງ. ທ່ານຊູມາ ໄດ້ປະຕິເສດມາໂດຍຕະຫຼອດ
ທີ່ວ່າ ຕົນບໍ່ໄດ້ກະທຳຜິດແຕ່ຢ່າງໃດ.
ໃຫ້ແກ່ທ່ານຊູມາແລະບໍລິສັດອາວຸດຂອງຝຣັ່ງ. ທ່ານຊູມາ ໄດ້ປະຕິເສດມາໂດຍຕະຫຼອດ
ທີ່ວ່າ ຕົນບໍ່ໄດ້ກະທຳຜິດແຕ່ຢ່າງໃດ.
ທະນາຍຄວາມຂອງທ່ານຊູມາ ກ່າວວ່າ ພວກເຂົາເຈົ້າຈະອຸທອນກ່ຽວກັບການລົງໂທດ
ທີ່ກ່າວຫາທ່ານນັ້ນ.
ທີ່ກ່າວຫາທ່ານນັ້ນ.
ການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານຊູມາ ແມ່ນໄດ້ຖືກດ່າງພ້ອຍດ້ວຍຄະດີ
ຕ່າງໆ ແລະການຖືກກ່າວຫາ ບໍ່ວ່າຈະເປັນເລື່ອງການສໍ້ລາດບັງຫຼວງ ແລະເລື່ອງເສດຖະກິດຖອຍຫຼັງ ທີ່ນຳໄປສູ່ການບັງຄັບໃຫ້ລົງຈາກອຳນາດໃນວັນທີ 14 ກຸມພາ
ຜ່ານມານີ້ ນຳ.
ຕ່າງໆ ແລະການຖືກກ່າວຫາ ບໍ່ວ່າຈະເປັນເລື່ອງການສໍ້ລາດບັງຫຼວງ ແລະເລື່ອງເສດຖະກິດຖອຍຫຼັງ ທີ່ນຳໄປສູ່ການບັງຄັບໃຫ້ລົງຈາກອຳນາດໃນວັນທີ 14 ກຸມພາ
ຜ່ານມານີ້ ນຳ.

No comments:
Post a Comment