Thursday, 22 March 2018

ດ່ວນ!!! ມີແມ່ຍິງລາວຖືກຕົວະຍົວະຫຼອກລວງໄປແຕ່ງງານກັບຄົນຈີນ ທີ່ ສປ.ຈີນ


ສະຖານກົງສູນໃຫຍ່ແຫ່ງ ສປປ.ລາວ ທີ່ຊາງຊາ, ​ແຂວງຫູນານ ສປ.ຈີນ ໄດ້ລາຍງານມາຍັງກົມກົງສູນ ກະຊວງການຕ່າງປະເທດວ່າ: ໂດຍອີງຕາມຂໍ້ມູນຂອງສະຖານກົງສູນໃຫຍ່ ສປປ.ລາວ ທີ່ ຊາງຊາ ໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫູນານ, ປັດຈຸບັນເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງເຂດປົກຄອງຈູໂຈວ ໄດ້ກວດພົບພົນລະເມືອງລາວຊື່ ນາງ ປ່ຽນ ຈະເລີນສີ ເກີດເມື່ອວັນທີ 5 ກໍລະກົດ 1996 ຖືໜັງສືຜ່ານແດນເລກທີ P1860258 ຢູ່ບ້ານຫ້ວຍເຄື່ອງ ເມືອງນາແລ ແຂວງຫຼວງນ້ຳທາ ສປປ.
ລາວ ຜູ້ກ່ຽວໄດ້ຖືກນາຍໜ້າຕົວະຍົວະຫຼອກລວງມາແຕ່ງງານກັບຄົນຈີນຢູ່ແຂວງຫູນານ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຂົ້າເມືອງຜິດກົດໝາຍ ແລະ ຢູ່ເກີນກຳນົດ, ເຈົ້າໜ້າທີ່ໄດ້ກວດກາເອກະສານຕົວຈິງ ຜູ້ກ່ຽວໄດ້ເຂົ້າ ສປ.ຈີນ ແຕ່ວັນທີ 17 ກໍລະກົດ 2017 ໂດຍຜ່ານດ່ານປາງໄຮ ໄດ້ 220 ວັນ.

ປັດຈຸບັນຜູ້ກ່ຽວຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງ ເຂດປົກຄອງຈູໂຈວ ແຂວງຫູນານ ແລະ ເຈົ້າໜ້າທີ່ຕຳຫຼວດຂອງເມືອງຫຼີຫຼິງ ມີຈຸດປະສົງຈະສົ່ງຜູ້ກ່ຽວກັບຄືນ ສປປ.ລາວ ໃນວັນທີ 22 ມີນາ 2018 ນີ້, ໂດຍຜ່ານດ່ານບໍ່ຫານ-ບໍ່ແຕນ.
ດຈຸບັນຜູ້ກ່ຽວຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ຕຳຫຼວດເມືອງຫຼີຫຼິງ ເຂດປົກຄອງຈູໂຈວ ແຂວງຫູນານ ແລະ ເຈົ້າໜ້າທີ່ຕຳຫຼວດຂອງເມືອງຫຼີຫຼິງ ມີຈຸດປະສົງຈະສົ່ງຜູ້ກ່ຽວກັບຄືນ ສປປ.ລາວ ໃນວັນທີ 22 ມີນາ 2018 ນີ້, ໂດຍຜ່ານດ່ານບໍ່ຫານ-ບໍ່ແຕນ.





No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...