Monday, 26 March 2018

ປະຊາຊົນ ອີຈິບ ໄປລົງຄະແນນສຽງ ໃນການເລືອກຕັ້ງ ປະທານາທິບໍດີ

ປະເທດ ອີຈິບ ໄດ້ເລີ່ມການລົງຄະແນນສຽງ ໃນວັນຈັນມື້ນີ້ ໃນການເລືອກຕັ້ງທີ່ມີການ
ຄາດຄະເນກັນ ຢ່າງກວ້າງຂວາງວ່າ ປະທານາທິບໍດີ ອັບແດລ ຟັດທາ ແອລ-ຊິສຊີ
“Abdel Fattah el-Sissi” ຈະໄດ້ເຂົ້າດຳລົງຕຳແໜ່ງ ຕື່ມອີກສະໄໝນຶ່ງ.
ທ່ານ ຊິສຊີ ມີຜູ້ທ້າຊິງພຽງຄົນດຽວຄື, ທ່ານ ມູສຊາ ມຸສຕາຟາ ມູສຊາ “Moussa
Mustafa Moussa,” ຜູ້ທີ່ໄດ້ທີ່ສະໜັບສະໜູນທ່ານ ຊິສຊີ ກ່ອນເຂົ້າຮ່ວມໃນການ
ແຂ່ງຂັນ.
ສ່ວນຜູ້ລົງແຂ່ງຂັນຄົນອື່ນໆແມ່ນໄດ້ຖືກຈັບ ຫຼືບໍ່ກໍຖືກກົດດັນໃຫ້ຖອນຕົວອອກຈາກ
ການແຂ່ງຂັນ, ແລະ ພັກຝ່າຍຄ້ານທັງຫຼາຍ ຕ່າງກໍໄດ້ຮຽກຮ້ອງບໍ່ໃຫ້ເຂົ້າຮ່ວມຫຼືບອຍ
ຄອດການລົງຄະແນນສຽງດັ່ງກ່າວ.
ການເລືອກຕັ້ງໄດ້ດຳເນີນໄປສາມວັນ ເຊິ່ງຜົນການນັບຄະແນນ ຢ່າງເປັນທາງການ
ແມ່ນຄາດວ່າ ຈະຖືກເປີດເຜີຍໃນວັນທີ 2 ເມສານີ້.
ໃນເມື່ອມີການຄາດວ່າ ທ່ານ ຊິສຊີ ຈະໄດ້ຮັບໃຊ້ຊະນະນັ້ນ, ຈຸດສົນ ໃຈ ຈຶ່ງໄດ້ຖືກ
ເພັ່ງເລັງໃສ່ຈຳນວນຂອງປະຊາຊົນຜູ້ທີ່ອອກໄປປ່ອນບັດໃນການເລືອກຕັ້ງ.
ທ່ານໄດ້ເຂົ້າກຳອຳນາດໃນປີ 2013 ດ້ວຍການຂັບໄລ່ປະທານາທິບໍດີ ໂມຮຳເມັດ ມໍຊີ
“Mohamed Morsi,” ອອກຈາກຕຳແໜ່ງ ແລະຫຼັງຈາກນັ້ນ ກໍໄດ້ຊະນະການເລືອກ
ຕັ້ງ ໃນປີ 2014 ດ້ວຍຄະແນນສຽງ 97 ເປີເຊັນ. ແຕ່ບັນດາເຈົ້າໜ້າທີ່ເລືອກຕັ້ງ ໄດ້ຍືດ
ເວລາຂອງການລົງ ຄະແນນສຽງໃນການເລືອກຕັ້ງຄັ້ງນັ້ນຕື່ມອີກນຶ່ງວັນ ຍ້ອນມີຜູ້
ອອກໄປ ລົງຄະແນນສຽງຕໍ່າ ແລະ ຈຳນວນຕົວເລກສຸດທ້າຍຂອງຜູ້ເຂົ້າຮ່ວມ ແມ່ນ
ມີບໍ່ເຖິງ 50 ເປີເຊັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...