ນະຄອນຫຼວງວຽງຈັນ ກຳລັງຈັດຕັ້ງປະຕິບັດໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ນັບແຕ່ເຂດຫຼັກ 3 ເສັ້ນທາງທ່າເດື່ອ ໄປຫາ 3 ແຍກປາກປ່າສັກ ລວມໄລຍະທາງເກືອບ 3 ກິໂລແມັດ ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ, ອອກກຳລັງກາຍ, ສະຖານທີ່ຂາຍເຄື່ອງທີ່ລະນຶກ, ສະລອຍນ້ຳເດັກນ້ອຍ ແລະ ກາຍເປັນສວນພຶກສາທີ່ເຕັມໄປດ້ວຍທຳມະຊາດດອກໄມ້ນາໆຊະນິດທີ່ມີການຄຸ້ມຄອງຮັກສາໃຫ້ເປັນລະບຽບຈົບງາມ.
ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ເປັນໂຄງການທີ່ລັດຖະບານກໍ່ຄືນະຄອນຫຼວງວຽງຈັນໃຫ້ຄວາມສຳຄັນພິເສດ ເພື່ອສົ່ງເສີມການຄ້າພາຍໃນ ແລະ ການທ່ອງທ່ຽວເຂດແຄມຂອງ ໃຫ້ເປັນໄປຕາມແຜນຍຸດທະສາດຂອງການພັດທະນາ ໃນຊຸມປີ 2020 – 2030 ຄາດວ່າອີກ 2 ປີຂ້າງໜ້າ ໂຄງການດັ່ງກ່າວຈະສຳເລັດສົມບູນ. ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ,
ຫົວໜ້າໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ກ່າວວ່າ: ໂຄງການພັດທະນາແຄມຂອງເຂດດອນຈັນ ແມ່ນໄດ້ເລີ່ມລົງມືປະມານ 1 ເດືອນ ວຽກງານສ່ວນໃຫຍ່ຍັງເປັນການບຸກເບີກໜ້າດິນ ຄຽງຄູ່ໄປກັບການກໍ່ສ້າງຕາຝັ່ງເຈື່ອນທີ່ເປັນໄລຍະທີ 2 ນັບແຕ່ 3 ແຍກປາກປ່າສັກລົງມາຫາຫຼັກ 3 ຖະໜົນທ່າເດື່ອ ເຊິ່ງໃນນີ້ ກຸ່ມບໍລິສັດ ໂຄລາວ ກຣຸບ ໜຶ່ງໃນຜູ້ພັດທະນາໄດ້ຮັບເນື້ອທີ່ 1 ກິໂລແມັດ ດ້ວມມູນຄ່າການລົງທຶນ 2 ລ້ານກວ່າໂດລາສະຫະລັດ ໄວ້ເປັນສະຖານທີ່ອອກກໍາລັງກາຍ, ຂາຍສິນຄ້າທີ່ລະນຶກ, ຜັກປອດສານພິດ, ສະຖານທີ່ຄົນຍ່າງ ແລະ ອື່ນໆ ເຊັ່ນດຽວກັບເຂດບໍລິເວນປາກປ່າສັກທີ່ຈະມີທັງສະຖານທີ່ຄົນຍ່າງຢູ່ເຂດລຸ່ມ, ສະລອຍນ້ຳເດັກນ້ອຍ ແລະ ນັກທ່ອງທ່ຽວຍັງຈະໄດ້ຊົມຄວາມງາມຂອງທຳມະຊາດຕາເວັນໃກ້ຈະຕົກດິນໃນເວລາຄ້ອຍຄ່ຳຍາມແລງ.
ນອກຈາກນັ້ນ, ກໍ່ຍັງຈະໃຊ້ເນື້ອທີ່ 10 ກວ່າເຮັກຕາ ພັດທະນາໃຫ້ເປັນສວນພຶກສາໃນຫາດດອນຈັນຈະໃຫ້ເຕັມໄປດ້ວຍດອກໄມ້ນາໆພັນ, ສະໝຸນໄພຕ່າງໆ ການພັດທະນາແມ່ນຈະບໍ່ແຕະຕ້ອງດິນຊາຍໃນຫາດຈະນຳເອົາດິນຊາຍ ແລະ ຫີນພູຈາກເຂດອື່ນມາກໍ່ສ້າງທັງໝົດ ໂຄງການພັດທະນາແຄມຂອງ ທີ່ມີກຳນົດໃຫ້ສຳເລັດ 2 ປີຂ້າງໜ້າ ຄາດຈະໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະນະຄອນຫຼວງທີ່ມີມວນຊົນຈຳນວນຫຼາຍ ລວມທັງນັກທ່ອງທ່ຽວທີ່ເດີນທາງເຂົ້າ – ອອກ ທີ່ຈະມາທ່ຽວຊົມສະຖານທີ່ດັ່ງກ່າວ ແລະ ມີການໃຊ້ຈ່າຍເປັນເງິນໝູນວຽນຈຳນວນຫຼາຍໃນອະນາຄົດ. ປັດຈຸບັນເຂດແຄມຂອງ ໂດຍສະເພາະບໍລິເວນບ້ານຂຸນຕາລົງມາຫາປາກປ່າສັກ ແລະ ສວນເຈົ້າອານຸວົງ ມີປະຊາຊົນທັງໄວກາງຄົນ ແລະ ຜູ້ສູງອາຍຸ ລວມທັງຕ່າງປະເທດໄດ້ມາຍ່າງອອກກຳລັງກາຍຍາມເຊົ້າ – ແລງ, ສຳລັບເຄື່ອງອອກກຳລັງກາຍຢູ່ສວນເຈົ້າອານຸວົງມີພຽງແຕ່ຄົນຈຳນວນໜ້ອຍເທົ່ານັ້ນທີ່ໄປອອກກຳລັງກາຍ ເພາະສ່ວນໃຫຍ່ແມ່ນມາຍ່າງອອກກຳລັງກາຍໃນເຂດຕິດແຄມຂອງ, ຫາກມີການພັດທະນາຕາມແຜນໂຄງການຈະສ້າງຜົນປະໂຫຍດຢ່າງມະຫາສານ, ຫົວໜ້າໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງກ່າວ.



No comments:
Post a Comment