Monday, 26 March 2018

ກະຊວງປ້ອງກັນປະເທດລັດເຊຍກຽມເປີດສຳນັກງານໃນ ສ ປ ປ ລາວ.


ກະຊວງປ້ອງກັນຄວາມສະຫງົບແຫ່ງລັດເຊຍວາງແຜນຈະເປີດສຳນັກງານສາຂາໃນປະເທດລາວ ເຊີ່ງບັນດາຜູ້ຊ່ຽວຊ່ານຈາກລັດເຊຍ ຈະອຳນວຍຄວາມສະດວກສະໜັບສະໜູນຝ່າຍລາວໃຫ້ໃຊ້ຍຸດໂທປະກອນທີ່ຜະລິດໂດຍລັດເຊຍ ຂ່າວນີ້ຖືກເຜີຍແຜ່ໃນເວັບໄຊປະສາສຳພັນທາງກົດໝາຍຂອງຢ່າງເປັນທາງການໃນມໍ່ໆມານີ້.
ສິ່ງສໍາຄັນແມ່ນເພື່ອອຳນວຍຄວາມສະດວກໃນການສະໜັບສະໜູນຝ່າຍລາວໃນປະເດັ່ນຄວາມຮ່ວມມືໃນຄວາມໝັ້ນຄົງ ທີ່ສໍາຄັນ, ຂໍ້ຕົກລົງ ມີຈຸດມຸ່ງໝາຍເພື່ອສ້າງສຳນັກງານກະຊວງປ້ອງກັນຄວາມສະຫງົບລັດເຊຍໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ(Lao PDR)ຄຳສັ່ງນີ້ຖືກເຜີຍແຜ່ໃນເວັບໄຊປະຊາສຳພັນຢ່າງເປັນທາງການ.
ເອກະສານລະບຸວ່າ ສຳນັກງານແຫ່ງນີ້ໄດ້ຮັບການສະໜັບສະໜູນຈາກທາງການເງີນໂດຍຝັ່ງລາວ ແລະການດູແລທາງການແພດແລະການຮັກສາຄວາມປອດໄພຂອງເຈົ້າໜ້າທີໄດ້ຮັບການຮັບປະກັນໂດຍລາວ, ເຊິ່ງເຈົ້າໜ້າທີ່ທີ່ໄປປະຈຳການທີ່ສຳນັກງານແຫ່ງນີ້ຈະປະກອບດ້ວຍ ຫົວໜ້າຄະນະທູດ (Head of the mission ) ຂອງຣັດເຊຍ ,ຮອງຫົວໜ້າລ່າມແລະສະມາຊິກຄອບຄົວ ໂດຍມີລັກສະນະທຽບເທົ່ານັກການທູດ
ເພື່ອໃຫ້ເປັນໄປຕາມຂໍ້ຕົກລົງ ຄະນະທູດຈະມີສິດໄປຢ້ຽມຍາມໜ່ວຍຕ່າງໆຂອງກອງທັບລາວ ເຊິ່ງໃຊ້ອາວຸດຍຸດໂທປະກອນທີ່ຜະລິດໂດຍລັດເຊຍ ເອກະສານຍັງລະບຸອີກວ່າຜູ້ຊ່ຽວຊານຈາກຄະນະການທູດຈະບໍ່ມີສິດເຂົ້າຮ່ວມພາລະກິດທາງການທະການ ແຕ່ຈະດຳເນີນການໃນຖານະຜູ້ໃຫ້ຄຳປຶກສາປເທົ່ານັ້ນ (ມີໜ້າທີ່ເປັນນັກວາງແຜນຍຸດທະສາດນັ້ນແຫຼະ)
ໃນເດືອນກັນຍາ2017ທ່ານ ຕຣິດມິສທີສ ເມດເວເດຟ( Dmitry Medvedev) ນາຍົກລັດຖະມົນຕີຂອງລັດເຊຍແລະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືຄວາມໝັ້ນຄົງ ໃນການສ້າງເຂື່ອນໄຟຟ້າພະລັງງານນ້ຳ sekomg-5(ເຂື່ອນ)ໃນປະເທດລາວ ຂໍ້ຕົກລົງກ່ຽວກັບການກໍ່ການຮ້າຍ ເປັນຕົ້ນ.



-page Support PM Thongloun Sisoulith

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...