ພິທີເຊັນສັນຍາສະໜອງທຶນ ລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ຊຽງຂວາງ ຫຼວງພະບາງ ຫົວພັນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ສະຫວັນນະເຂດ ແລະ ແຂວງຫຼວງນ້ຳທາ (8 ໂຄງການ) ຈັດຂຶ້ນວັນທີ 23 ກຸມພາ 2018 ທີ່ ກຊສ ໂດຍການລົງນາມຂອງທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 8 ໂຄງການທີ່ໄດ້ຮັບທຶນ ມີຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມຢູ່ ສປປ ລາວ ໄລຍະ 2 ຫົວໜ້າ ຮອງຫົວໜ້າກົມຕ່າງໆ ແລະ ທີມງານຈາກທະນາຄານໂລກເຂົ້າຮ່ວມ.
ໂຄງການທີ່ລົງນາມຄັ້ງນີ້ ປະກອບມີ: ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ ໃນປ່າປ້ອງກັນຂອງແຂວງນ້ຳອິນ-ພູຫີນບູນໄຟ ແບບມີສ່ວນຮ່ວມຂອງຊຸມຊົນແຂວງຄຳມ່ວນ ໂຄງການຮ່ວມມືຄຸ້ມຄອງປ່າສະຫງວນແຫ່ງຊາດ ພູສະບົດ-ປຸ່ງຈອງ ແຂວງຊຽງຂວາງ ໂຄງການຮ່ວມມືຄຸ້ມຄອງປ່າປ້ອງກັນແຂວງພູພືງ-ພູຜາທູນ ແລະ ຕາດກວາງຊີ ແຂວງຫຼວງພະບາງ ໂຄງການຮ່ວມມືຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳຊຳ ແຂວງຫົວພັນ ເຊທ່າມວກ ແຂວງສະຫວັນນະເຂດ ໂຄງການຈັດສັນທີ່ດິນຂັ້ນບ້ານ ເມືອງສິງ ແຂວງຫຼວງນ້ຳທາ ໂຄງການສຶກສາ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານໃນເຂດອ່າງຮັບນ້ຳ ໂຄງການຄຸ້ມຄອງ ແລະ ປົກປັກຮັກສາອ່າງຮັບນ້ຳຫາດແບບມີສ່ວນຮ່ວມຂອງຊຸມຊົນ ແລະ ໂຄງການຈັດສັນການນຳໃຊ້ທີ່ດິນຂັ້ນບ້ານ-ກຸ່ມບ້ານ ເມືອງປາກທາ ແຂວງບໍ່ແກ້ວ ເຊິ່ງມີມູນຄ່າທັງໝົດ 18.871.848.400 ກີບ ໂດຍມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ພະແນກກະສິກຳ ແລະ ປ່າໄມ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງແຂວງ ໃນການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນຊັບພະຍາກອນນ້ຳ ລວມໄປເຖິງການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງໂຄງການທັງໝົດ ຈະໄດ້ຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້.
ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ປະຕິບັດຕາມພັນທະພາລະບົດບາດຂອງຕົນ ຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍຂອງລັດຖະບານ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ໄປຕາມທິດສີຂຽວ ແລະ ຍືນຍົງ.

No comments:
Post a Comment