Friday, 16 March 2018

ຂົວຂ້າມທາງຫັກທີ່ລັດ ຟໍລິດາ ເສຍຊີວິດ 6 ຄົນ


ເຫດເກີດຂຶ້ນໃນວັນພະຫັດຕາມເວລາທ້ອງຖິ່ນ ໂດຍ ຂົວ ເຊິ່ງຢູ່ໃນໄລຍະກໍ່ສ້າງ ແລະ ຈະເປີດນຳໃຊ້ໃນບໍ່ເທົ່າໃດເດືອນຂ້າງໜ້າ ໃກ້ກັບມະຫາໄລນາໆຊາດ ຟໍລິດາຫັກລົງມານອນຮາບກັບພື້ນ ທັບລົດເທິງເສັ້ນທາງເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 6 ຄົນ ທາງເຈົ້າໜ້າທີ່ສືບສວນຕ່າງກໍປະຫຼາດໃຈວ່າມັນເກດຂຶ້ນໄດ້ແນວໃດ. 
ຂົວແຫ່ງນີ້ເລີ່ມກໍ່ສ້າງປີກາຍເພື່ອເຮັດໃຫ້ຄົນຍ່າງ ແລະ ຜູ່ຂີ່ລົດຖີບສາມາດຂ້າມທາງໄດ້ສະບາຍຮັບປະກັນຄວາມປອດໄພຫລັງຈາກມີເຫດລົດບັນທຸກຕຳເອົານັກຮຽນຄົນໜຶ່ງຂອງມະຫາວິທະຍາໄລນານາຊາດຟໍລິດາເສຍຊີວິດໃນປີຜ່ານມາ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...