Sunday, 11 March 2018

ທີວີລາວ ມອບຄວາມສຸກໃຫ້ຊາວລາວ ຮັບລິຄະສິດຖ່າຍທອດສົດບານໂລກ 2018 ຕະຫຼອດການແຂ່ງຂັນ


    
ຂ່າວດີສໍາລັບແຟນບານຊາວລາວ ຕໍ່ໄປຈະບໍ່ໄດ້ລັກເບິ່ງ ຫຼື ລະເມີດລິຂິສິດຂອງໃຜອີກແລ້ວ ເມື່ອທີວີລາວ ຮັບລິຂະສິດຖ່າຍທອດສົດ ບານໂລກ 2018 ໜຶ່ງດຽວໃນ ສປປ ລາວ ເພື່ອມອບຄວາມສຸກໃຫ້ກັບແຟນບານຊາວລາວ ຕະຫຼອດການແຂ່ງຂັນບານໂລກ 2018 ລະຫວ່າງວັນທີ 14 ມິຖຸນາ-15 ກໍລະກົດນີ້.
 ໂດຍ ທີວີລາວ ຈະຖ່າຍທອດສົດນັດສໍາຄັນ ຫຼື ນັດເບິ່ງແມັດ ຢ່າງໜ້ອຍ 1 ຫຼື 2 ຄູ່ຕະຫຼອດການແຂ່ງຂັນໃນຮອບແບ່ງກຸ່ມ, ສ່ວນຮອບເລິກໆຈະຖ່າຍໃຫ້ຊົມແບບບໍ່ພາດການແຂ່ງຂັນເລີຍ.
ເຊິ່ງກ່ອນໜ້ານີ້ ທ່ານ ດຣ ຫົງຄໍາ ສຸວັນນະວົງ ປະທານໂທລະພາບທີວີລາວ ເປີດເຜີຍວ່າ: ໃນລະຫວ່າງບານໂລກ 2018 ທີວີລາວຮັບລິຂະສິດຖ່າຍທອດສົດຢ່າງເຕັມຕົວ ໂດຍຈະເນັ້ນຖ່າຍທົດສົດບານໂລກ 2018 ແລະ ບານເຕະ ເປບຊີ ລາວພຣີເມຍລີກ 2018 ໄປພ້ອມໆກັນ ໂດຍຈະເນັ້ນບານໂລກ, ສ່ວນ ລາວພຣີເມຍລີກ ຈະເນັ້ນຖ່າຍຄູ່ບິກແມັດ ເພື່ອມອບຄວາມສຸກໃຫ້ກັບຊາວລາວທັງປະເທດ.










   ການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນເອີຣົບ ໄດ້ມາແລ້ວ 9 ທີມສູ່ບານໂລກຮອບສຸດທ້າຍເປັນທີ່ແນ່ນອນແລ້ວ ແລະ 8 ທີມຕ້ອງໄປເພລອ໊ອຟ ເພື່ອຄັດເອົາອີກ 4 ທີມໄປຮອບສຸດທ້າຍ. ຂະນະທີ 5 ທີມໃຫຍ່ຕ້ອງນໍ້າຕາຕົກອົດໄປບານໂລກຮອບສຸດທ້າຍ ຕ້ອງລໍຖ້າໂອກາດອີກ 4 ປີຕໍ່ໄປ.
9 ທີມທີ່ໄດ້ສິດໄປຫຼິ້ນຮອບສຸດທ້າຍ ໃນຖານະແຊັມກຸ່ມປະກອບດ້ວຍ:





 -
ຝຣັ່ງ ແຊັມກຸ່ມ A
 -
ປ໊ອກຕຸຍການ ແຊັມກຸ່ມ B
 -
ເຢຍລະມັນ ແຊັມກຸ່ມ C
 -
ແຊກບີ ແຊັມກຸ່ມ D
 -
ໂປໂລຍ ແຊັມກຸ່ມ E
 -
ອັງກິດ ແຊັມກຸ່ມ F
 -
ແອັດສະປາຍ ແຊັມກຸ່ມ G
 -
ແບນຊິກ ແຊັມກຸ່ມ H
 -
ອຽກລັງ ແຊັມກຸ່ມ I  



Link Lao update

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...